ປະທານສະພາຕໍ່າອາເມຣິກາຮຽກຮ້ອງໃຫ້ດໍາເນີນການສືບສວນແລະກ່າວຟ້ອງທ່ານ ໂຈ ໄບເດນ

2023-09-13 11:31:45 CRI

   ທ່ານ ເຄວິນ ແມັກຄາທີ ປະທານສະພາຕໍ່າທັງເປັນປະທານພັກຣິພັບບຣີກັນອາເມຣິກາໄດ້ແຈ້ງຕໍ່ສື່ມວນຊົນເມື່ອວັນທີ 12 ກັນຍານີ້ວ່າ: ທ່ານໄດ້ຮຽກຮ້ອງໃຫ້ຄະນະກໍາມະການກ່ຽວຂ້ອງທີ່ສັງກັດສະພາຕໍ່າອາເມຣິກາດໍາເນີນການສືບ ສວນ ແລະ ກ່າວຟ້ອງທ່ານ ໂຈ ໄບເດນ ປະທານາທິບໍດີອາເມຣິກາ ຢ່າງເປັນທາງການແລ້ວ.


   ທ່ານ ເຄວິນ ແມັກຄາທີ ແຈ້ງໃຫ້ຮູ້ຕື່ມວ່າ: ໃນເວລາທີ່ສະມາຊິກພັກຣິພັບບຣີກັນໃນສະພາຕໍ່າສືບສວນທ່ານ ຮັນເຕີ ໄບເດນ ລູກຊາຍຂອງທ່ານ ໂຈ ໄບເດນໃນກໍລະນີດໍາເນີນການຄ້າຂາຍກັບຕ່າງປະເທດນັ້ນ, ໄດ້ພົບວ່າການກະທໍາຂອງປະທານາທີບໍດີ ໂຈ ໄບເດນ ແມ່ນຕ້ອງສົງໄສໃນຂໍ້ຫາ “ນໍາໃຊ້ອໍານາດເກີນຂອບເຂດ, ຂັດຂວາງການປະຕິບັດງານດ້ານຕຸລາການ ແລະ ສໍ້ລາດບັງຫຼວງ”, ດັ່ງນັ້ນ, ສະພາຕໍ່າຈຶ່ງຈະດໍາເນີນການສືບສວນ ແລະ ກ່າວຟ້ອງຕື່ມອີກ.