ຈີນຢໍ້າວ່າການສົນທະນາແລະການເຈລະຈາກັນຈຶ່ງເປັນຊ່ອງທາງແກ້ໄຂການຟື້ນຟູສັນຕິພາບຂັ້ນພື້ນຖານ

2023-09-13 14:05:15 CRI

 

   ວັນທີ 12 ກັນຍານີ້ຕາມເວລາທ້ອງຖິ່ນ, ໂດຍອີງຕາມຄວາມຮຽກຮ້ອງຂອງຣັດເຊຍ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມຊົ່ວຄາວກ່ຽວກັບບັນຫາການສົ່ງອາວຸດຍຸດໂທປະກອນໃຫ້ອູແກຣນ. ໃນໂອກາດນີ້, ຜູ້ຕາງໜ້າຝ່າຍຈີນໄດ້ກ່າວຢໍ້າວ່າ: ການເປັນປໍລະປັກກັນດ້ານການທະຫານບໍ່ແມ່ນຊ່ອງທາງແກ້ໄຂວິກິດການອູແກຣນ, ການສົນທະນາ ແລະ ການເຈລະຈາກັນຈຶ່ງເປັນຊ່ອງທາງແກ້ໄຂການຟື້ນຟູສັນຕິພາບຂັ້ນພື້ນຖານ.


   ໃນກອງປະຊຸມດັ່ງກ່າວ, ທ່ານນາງ ອິຈຸມິ ນາກາມິດຊຸ ຜູ້ຕາງໜ້າລະດັບສູງວຽກງານຫຼຸດກໍາລັງທະຫານອົງການສະຫະປະຊາຊາດແຈ້ງໃຫ້ຮູ້ວ່າ: ຫຼາຍປະເທດພວມໃຫ້ການສະໜັບສະໜູນດ້ານການທະຫານແກ່ອູແກຣນຢ່າງຕໍ່ເນື່ອງ, ສິ່ງນີ້ອາດຈະເຮັດໃຫ້ສະພາບຄວາມຮຸນແຮງໜັກໜ່ວງຂຶ້ນຕື່ມ, ພ້ອມທັງຈະນໍາເອົາບັນຫາການກະຈາຍຂອງອາວຸດຍຸດໂທປະກອນມານໍາອີກ.



   ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈໍາ ສປຊ ກ່າວວ່າ: ນັບແຕ່ເກີດວິກິດການອູແກຣນເປັນຕົ້ນມາ, ປະຊາຄົມໂລກໂດຍລວມແລ້ວແມ່ນຫວັງຢາກໃຫ້ບັນລຸການຢຸດຍິງໂດຍໄວ, ພ້ອມດຽວກັນນີ້ມີປະເທດທີ່ສະເໜີຂໍ້ລິເລີ່ມສັນຕິພາບນັບມື້ນັບຫຼາຍຂຶ້ນ. ການເປັນປໍລະປັກກັນດ້ານການທະຫານບໍ່ແມ່ນຊ່ອງທາງແກ້ໄຂວິກິດການອູແກຣນ, ການສົນທະນາ ແລະ ການເຈລະຈາກັນຈຶ່ງເປັນຊ່ອງທາງແກ້ແຫ່ງການຟື້ນຟູສັນຕິພາບຂັ້ນພື້ນຖານ. ຝ່າຍຈີນຄອງຄອຍຝ່າຍທີ່ກ່ຽວຂ້ອງຈະຕອບຮັບຄວາມຄອງຄອຍ ແລະ ສຽງຮຽກຮ້ອງຂອງປະຊາຄົມໂລກຢ່າງຕັ້ງໜ້າ, ຮັກສາຄວາມທຸ່ນທ່ຽງ ແລະ ໃຊ້ຄວາມອົດກັ້ນ, ກ້າວເດີນໄປສູ່ທິດທາງດຽວກັນ, ສະແຫວງຫາຄວາມເປັນເອກະພາບກັນ ເພື່ອຫຼີກລ່ຽງບໍ່ເລັ່ງໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ.