ເປົ້າໝາຍການພັດທະນາແບບຍືນຍົງວ່າດ້ວຍການລຶບລ້າງຄວາມທຸກຍາກທີ່ສຸດຂອງເດັກນ້ອຍກ່ອນປີ 2030 ອາດຈະບໍ່ສາມາດບັນລຸຜົນເປັນຈິງໄດ້

2023-09-14 10:48:28 CRI


ວັນທີ 13 ກັນຍານີ້,ກອງທຶນສຳຫຼັບເດັກແຫ່ງສະຫະປະຊາຊາດ ຫຼື ຍູນິເຊັບ ແລະ ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໂດຍສະແດງໃຫ້ເຫັນວ່າ, ອີງຕາມຄວາມຄືບໜ້າໃນປັດຈຸບັນນີ້, ເປົ້າໝາຍການພັດທະນາແບບຍືນຍົງວ່າດ້ວຍການລຶບລ້າງຄວາມທຸກຍາກທີ່ສຸດຂອງເດັກນ້ອຍກ່ອນປີ 2030 ນັ້ນອາດຈະບໍ່ສາມາດບັນລຸຜົນເປັນຈິງໄດ້. ບົດລາຍງານດັ່ງກ່າວຄາດຄະເນວ່າ, ປີ 2022ຜ່ານມາ, ຢູ່ໃນໂລກມີເດັກນ້ອຍກວມ 1 ສ່ວນ 6 (333 ລ້ານຄົນ) ດຳລົງຊີວິດຢູ່ໃນຄວາມທຸກຍາກທີ່ສຸດ.

 

ບົດລາຍງານລະບຸວ່າ: ອາຟຣິກາທີ່ຢູ່ທິດໃຕ້ຂອງທະເລຊາຍຊາຮາຣາມີພາລະໜັກໜ່ວງທີ່ສຸດ, ເດັກນ້ອຍ 40% ດຳລົງຊີວິດຢູ່ໃນຄວາມທຸກຍາກທີ່ສຸດ; ພ້ອມກັນນັ້ນ, ອັດຕາສ່ວນຂອງເດັກນ້ອຍທຸກຍາກທີ່ສຸດຢູ່ພາກພື້ນນີ້ໄດ້ເພີ່ມຈາກ 54,8%ໃນປີ 2013 ຂຶ້ນເປັນ 71,1%ຂອງໂລກໃນປີ 2022. ບົດລາຍງານຍັງລະບຸຕື່ມວ່າ, ຈັງຫວະເພີ່ມຂຶ້ນຢ່າງຫຼວງຫຼາຍຄືແນວນີ້ແມ່ນຍ້ອນວ່າການເພີ່ມຂຶ້ນຢ່າງວ່ອງໄວຂອງປະຊາກອນ, ມາດຕະການປະກັນສັງຄົມທີ່ມີການຈຳກັດຢູ່ພາກພື້ນນີ້, ພ້ອມດ້ວຍການແພ່ລະບາດຂອງພະຍາດໂຄວິດ-19, ການປະທະກັນ ໄພທຳມະຊາດຈາກດິນຟ້າອາກາດປ່ຽນແປງ ແລະອື່ນໆ.