ຜູ້ເປັນພະຍາດມະເຮັງຕ່ອມຄໍຫອຍແຂວງຟູຄູຊິມະຍີ່ປຸ່ນກ່າວຟ້ອງບໍລິສັດໄຟຟ້າໂຕກຽວ ປະຊາຊົນຍີ່ປຸ່ນໂຮມຊຸມນຸມເພື່ອສະແດງການສະໜັບສະໜູນ

2023-09-14 14:49:04 CRI


    ເດືອນມັງກອນປີ 2022ຜ່ານມາ, ປະຊາຊົນຍີ່ປຸ່ນຈຳນວນໜຶ່ງທີ່ເຄີຍອາໄສຢູ່ຟູຄູຊິມະຍີ່ປຸ່ນໄດ້ຍື່ນຄຳຮ້ອງຟ້ອງເປັນໝູ່ຄະນະຕໍ່ສານທ້ອງຖິ່ນໂຕກຽວ, ໂດຍທວງເອົາຄ່າຊົດເຊີຍນຳບໍລິສັດໄຟຟ້າໂຕກຽວດ້ວຍຂໍ້ກ່າວຫາທີ່ວ່າ “ໄດ້ຮັບຜົນກະທົບຈາກສານກຳມັນຕະພາບລັງສີຍ້ອນອຸບັດຕິເຫດຂອງໂຮງໄຟຟ້ານິວເຄລຍຟູຄູຊິມະແລ້ວເປັນພະຍາດມະເຮັງຕ່ອມຄໍຫອຍ”. ວັນທີ 13 ກັນຍາ 2023, ສານທ້ອງຖິ່ນໂຕກຽວໄດ້ດຳເນີນຄະດີດັ່ງກ່າວອີກເທື່ອໜຶ່ງ. ຕອນບ່າຍມື້ດຽວກັນ, ປະຊາຊົນຍີ່ປຸ່ນຫຼາຍຮ້ອຍຄົນໄດ້ໂຮມຊຸມນຸມຢູ່ຕໍ່ໜ້າສານທ້ອງຖິ່ນໂຕກຽວ, ທວງໃຫ້ບໍລິສັດໄຟຟ້າໂຕກຽວ ແລະ ລັດຖະບານຍີ່ປຸ່ນແບກຫາບຄວາມຮັບຜິດຊອບໃນການໃຫ້ຄ່າຊົດເຊີຍແກ່ຜູ້ກ່າວຟ້ອງ.