ຜູ້ຕາງໜ້າຖາວອນຈີນຮຽກຮ້ອງໃຫ້ຝ່າຍຕ່າງໆຮ່ວມກັນຊຸກຍູ້ແລະປົກປັກຮັກສາສິດທິມະນຸດ

2023-09-14 11:05:32 CRI


    ທ່ານ ເສີນຊວີ້ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນເຊີແນວ ແລະ ອົງການຈັດຕັ້ງສາກົນອື່ນໆຢູ່ປະເທດສະວິສ ໄດ້ປະກອບຄໍາເຫັນໃນກອງປະຊຸມຄັ້ງທີ 54 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດເມື່ອວັນທີ 13 ກັນຍານີ້, ໂດຍຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງຮ່ວມກັນຊຸກຍູ້ ແລະ ປົກປັກຮັກສາສິດທິມະນຸດ ເພື່ອເພີ່ມພະລັງແຮງທາງບວກເຂົ້າໃນການພັດທະນາຢ່າງປອດໃສຂອງພາລະກິດສິດທິມະນຸດໂລກ.


    ໃນໂອກາດນີ້, ທ່ານ ເສີນຊວີ້ ກ່າວເນັ້ນໜັກວ່າ: ຈີນຍຶດໝັ້ນເດີນຕາມເສັ້ນທາງແຫ່ງການພັດທະນາສິດທິມະນຸດທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ໂດຍໄດ້ລຶບລ້າງຄວາມທຸກຍາກຢ່າງເຖິງຖອງເຊິ່ງເປັນເທື່ອທໍາອິດໃນປະຫວັດສາດ, ພ້ອມດຽວກັນນີ້, ວຽກງານສິດທິມະນຸດຂອງຈີນໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງ, ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໄດ້ຮັບການຮັບປະກັນຢ່າງເຕັມສ່ວນ. ຈີນບໍ່ຍອມຮັບການຕໍາໜິວິຈານຕໍ່ປະເທດຕົນທີ່ອີງໃສ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງໃດໆ, ແຕ່ຍິນດີພະຍາຍາມຮ່ວມກັບປະເທດຕ່າງໆ, ເພີ່ມພະລັງແຮງທາງບວກເຂົ້າໃນການພັດທະນາຢ່າງປອດໃສຂອງພາລະກິດສິດທິມະນຸດໂລກບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະປະຕິບັດຕໍ່ກັນຢ່າງສະເໝີພາບ.