ທະນາຄານກາງເອີຣົບຕົກລົງຂຶ້ນອັດຕາດອກເບ້ຍ 0,25%

2023-09-15 11:02:52 CRI


ວັນທີ 14 ກັນຍານີ້, ໃນກອງປະຊຸມນະໂຍບາຍເງິນຕາທີ່ຈັດຂຶ້ນຢູ່ນະຄອນແຟັງ ເຟິດປະເທດເຢຍລະມັນ, ຄະນະກຳມະການຄຸ້ມຄອງທະນາຄານກາງເອີຣົບຕົກລົງຂຶ້ນອັດຕາດອກເບ້ຍອີກ  0,25%, ເຊິ່ງແມ່ນທະນາຄານກາງເອີຣົບຂຶ້ນອັດຕາດອກເບ້ຍຄັ້ງທີ 10 ນັບແຕ່ເດືອນກໍລະກົດປີ 2022 ເປັນຕົ້ນມາ.


ຈຸດປະສົງຕົ້ນຕໍທີ່ທະນາຄານກາງເອີຣົບຂຶ້ນອັດຕາດອກເບ້ຍຢ່າງລຽນຕິດຍັງແມ່ນເພື່ອສະກັດກັ້ນໄພເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣ, ແຕ່ໃນຂະນະດຽວກັນແມ່ນໄດ້ສ້າງຄວາມກົດດັນອັນໃຫຍ່ຫຼວງຕໍ່ການເຕີບໂຕດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣ. ທະນາຄານກາງເອີຣົບຄາດຄະເນວ່າ ປີນີ້ເສດຖະກິດຢູ່ເຂດໃຊ້ເງິນເອີໂຣຈະເພີ່ມຂຶ້ນ0,7%, ອັດຕາເງິນເຟີ້ຂອງ ເຂດໃຊ້ເງິນເອີໂຣໃນປີນີ້ຄາດວ່າຈະຢູ່ໃນລະດັບ 5,6%, ເຊິ່ງຍັງມີຄວາມແຕກໂຕນກັນຫຼາຍເມື່ອທຽບໃສ່ເປົ້າໝາຍຂອງທະນາຄານກາງເອີຣົບ ຄື 2%.