ຜູ້ຕາງໜ້າຖາວອນຈີນກ່າວປະນາມຍີ່ປຸ່ນວ່າ ການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລເປັນການລະເມີດສິດທິມະນຸດ

2023-09-15 11:08:06 cri



 ວັນທີ 14 ກັນຍານີ້, ຢູ່ສະພາສິດທິມະນຸດອົງການສະຫະປະຊາຊາດ, ທ່ານ ເສີນຊວີ້  ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດ ແລະອົງການຈັດຕັ້ງສາກົນອື່ນໆຢູ່ນະຄອນເຊີແນວປະເທດສະວິສໄດ້ປະກອບຄຳເຫັນໃນເວລາສົນທະ ນາກັບຜູ້ລາຍງານພິເສດກ່ຽວກັບບັນຫາສິດທິມະນຸດດ້ານການມີນ້ຳດື່ມນ້ຳໃຊ້ທີ່ປອດໄພແລະພື້ນຖານໂຄງລ່າງສາທາລະນະສຸກຂອງສະພາສິດທິມະນຸດ ສປຊ ໂດຍໄດ້ຊີ້ໃຫ້ເຫັນວ່າ ລັດຖະບານຍີ່ປຸ່ນດື້ດ້ານປະຕິບັດການລະບາຍນ້ຳປົນເປື້ອນລັງສີນີວເຄລຍຟູຄູຊິມະລົງສູ່ທະເລຕາມລຳພັງພຽງແຕ່ຝ່າຍດຽວ ເຊິ່ງໄດ້ລະເມີດສິດທິສຸຂະພາບ, ສິດທິການພັດທະນາແລະສິດທິສິ່ງແວດລ້ອມຂອງປະຊາຊົນບັນດາປະເທດທີ່ຢູ່ລຽບຕາມແຄມຝັ່ງມະຫາສະໝຸດປາຊີຟິກກໍຄືຂອງທົ່ວໂລກນັ້ນຢ່າງໜັກໜ່ວງ. ລັກສະນະຊອບ ທຳ, ລັກສະນະຖືກຕ້ອງຕາມກົດໝາຍແລະຄວາມປອດໄພຂອງການກະທຳດັ່ງກ່າວແມ່ນໄດ້ຖືກປະຊາຄົມໂລກລະແວງສົງໄສມາໂດຍຕະຫຼອດ ພ້ອມທັງຖືກປະຊາຊົນປະເທດຕ່າງໆເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີເປັນຕົ້ນຄັດຄ້ານຢ່າງຮຸນແຮງ.

ທ່ານ ເສີນຊວີ້ ກ່າວຕື່ມວ່າ: ຖ້າຫາກນ້ຳປົນເປື້ອນລັງສີນີວເຄລຍຟູຄູຊີມະມີຄວາມປອດໄພ ກໍບໍ່ຈຳເປັນລະບາຍລົງສູ່ທະເລ, ຖ້າຫາກມັນບໍ່ມີຄວາມປອດໄພ ຍິ່ງບໍ່ຄວນລະບາຍລົງສູ່ທະເລ. ຈີນຮຽກຮ້ອງໃຫ້ສະພາສິດທິມະນຸດຈົ່ງເພີ່ມຄວາມເອົາໃຈໃສ່ຕໍ່ບັນຫານີ້, ເລັ່ງທວງໃຫ້ຍີ່ປຸ່ນຍຸດຕິການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລໃນທັນທີ.