ສຳພາດທ່ານອາຊາລີ ອັສຊູມານີ ປະທານໝູນວຽນສະຫະພາບອາຟຣິກາ, ປະທານາທິບໍດີໂກມໍຣົສ: ຈີນຈະເປີດສະພາບການທີ່ດີໃຫ້ແກ່ລັດທິຫຼາຍຝ່າຍໃນທົ່ວໂລກ

2023-09-15 08:23:11 CRI


ປີນີ້ແມ່ນທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີແນວຄິດການຮ່ວມມືຈີນ-ອາຟຣິກາຄົບຮອບ 10 ປີ, ຫຼັກການພື້ນຖານໃນນະໂຍບາຍກັບອາຟຣິກາຂອງຈີນຄື: “ຈິງໃຈ, ຕິດແທດຕົວຈິງ, ສະໜິດສະໜົມ ແລະ ຊື່ສັດ”. ທ່ານອາຊາລີ ອັສຊູມານີ ປະທານໝູນວຽນສະຫະພາບອາຟຣິກາ, ປະທານາທິບໍດີໂກມໍຣົສກ່າວວ່າ, ພວກເຮົາຂອບໃຈທ່ານປະທານສີຈິ້ນຜິງທີ່ໄດ້ສະເໜີແນວຄິດດັ່ງກ່າວ. ດັ່ງທີ່ທ່ານສີຈິ້ນຜິງກ່າວໄວ້ວ່າ, ຈີນ ແລະ ອາຟຣິກາມີສາຍພົວພັນແບບອ້າຍນ້ອງກັນ, ແນວຄິດດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາຂອງທ່ານ. ທ່ານສີຈິ້ນຜິງມີວິໄສທັດລັດທິຫຼາຍຝ່າຍ, ພວກເຮົາສາມາດສັງເກດເຫັນໄດ້ວ່າ, ທ່ານຫວັງຢາກເປີດກວ້າງຄູ່ຮ່ວມມື, ຫວັງຢາກດຳເນີນການຮ່ວມມືແບບເປັນຄູ່ຮ່ວມມິດ, ສິ່ງນີ້ເປັນແນວຄິດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ການຮ່ວມມືແບບນີ້ໄດ້ເຮັດໃຫ້ປະເທດອາຟຣິກາມີສາຍພົວພັນຢ່າງໃກ້ຊິດກັບຈີນ.


ທ່ານອາຊາລີ ອັສຊູມານີກ່າວຕື່ມວ່າ, ໃນຖານະເປັນຄູ່ຮ່ວມມືທີ່ສຳຄັນຂອງໂກມໍຣົສ, ຈີນໄດ້ຊ່ວຍເຫຼືອການພັດທະນາຂອງປະເທດເຮົາ. ຂ້າພະເຈົ້າເຫັນວ່າ, ການພັດທະນາຂອງຈີນຈະຊຸກຍູ້ການພັດທະນາຂອງທົ່ວໂລກເຊັ່ນດຽວກັນ. ເພາະວ່າປັດຈຸບັນນີ້ຈີນເປັນກຸ່ມເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກ, ແລະນັບຈາກນີ້ໄປ 30 ປີ ອາດຈະກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບໜຶ່ງຂອງໂລກ. ບາງປະເທດໃຫຍ່ພວກເຂົາບໍ່ເຄີຍສົນໃຈນຳຜົນປະໂຫຍດຂອງໂລກ, ແຕ່ເມື່ອຈີນຢູ່ໃນຖານະນີ້ແລ້ວ, ຈະສ້າງແບບຢ່າງທີ່ດີໃຫ້ແກ່ລັດທິຫຼາຍຝ່າຍຢູ່ໃນໂລກ.