ລູກຊາຍຂອງປະທານາທິບໍດີ ໂຈ ໄບເດນຖືກຮ້ອງຟ້ອງໃນຂໍ້ຫາຕ້ອງສົງໄສຄອບຄອງອາວຸດປືນແບບຜິດກົດໝາຍ

2023-09-15 15:25:52 CRI

 

   ເຈົ້າໜ້າທີ່ໄອຍະການລັດເດລາເວຍອາເມຣິກາໄດ້ຮ້ອງຟ້ອງທ່ານ ຮັນເຕີ ໄບເດນ ລູກຊາຍຂອງທ່ານ ໂຈ ໄບເດນ ປະທານາທິບໍດີອາເມຣິກາໃນຂໍ້ຫາທີ່ກ່ຽວຂ້ອງກັບອາວຸດປືນເມື່ອວັນທີ 14 ກັນຍານີ້.


   ອີງຕາມເນື້ອໃນສານຮ້ອງຟ້ອງຂອງຄະນະກໍາມະການຕັດສິນຄະດີລັດເດລາເວຍແຈ້ງໃຫ້ຮູ້ວ່າ: ທ່ານ ຮັນເຕີ ໄບເດນ ຖືກຮ້ອງຟ້ອງໃນຂໍ້ຫາ 3 ຂໍ້, ໃນນັ້ນມີ 2 ຂໍ້ແມ່ນກ່ຽວກັບການປິດບັງຄວາມຈິງທີ່ລາວເສບຢາເສບຕິດໃນເວລາປະກອບເອກະສານຊື້ອາວຸດປືນທີ່ກ່ຽວຂ້ອງເມື່ອເດືອນຕຸລາປີ 2018, ສ່ວນອີກ 1 ຂໍ້ແມ່ນລາວຄອບຄອງອາວຸດປືນແບບຜິດກົດໝາຍໃນຖານະທີ່ຕົນເອງເປັນຜູ້ເສບຢາເສບຕິດ. ຂໍ້ຫາ 3 ຂໍ້ດັ່ງກ່າວລ້ວນແຕ່ເປັນອາດຊະຍາກໍາໜັກໜ່ວງຢູ່ອາເມຣິກາ.


   ພ້ອມດຽວກັນນີ້, ທ່ານ ຮັນເຕີ ໄບເດນ ຍັງຈະປະເຊີນກັບການຖືກເຈົ້າໜ້າທີ່ໄອຍະການອາເມຣິກາສືບສວນໃນກໍລະນີດໍາເນີນທຸລະກິດການຄ້າຕື່ມອີກ.