ຮອງປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ: ງານກິລາເອຊຽນເກມຫາງໂຈ່ວຈະຊຸກຍູ້ຄວາມສາມັກຄີ ແລະການຮ່ວມມື, ສັນຕິພາບ ແລະມິດຕະພາບຂອງອາຊີ ກໍຄືທົ່ວໂລກ

2023-09-18 14:41:01 cri

 

ເມື່ອບໍ່ດົນມານີ້, ທ່ານຮວງສື່ມຽນ ຮອງປະທານຄະນະກຳມະການໂອລິມປິກສາກົນ ທັງເປັນປະທານຄະນະກຳມະການທີ່ເປິກສາຂອງສະພາໂອລິມປິກອາຊີໄດ້ໃຫ້ສຳພາດຢູ່ສິງກະໂປວ່າ: ງານກິລາເອຊຽນເກມຫາງໂຈ່ວຈະຈັດງານມະຫາກຳກິລາທີ່ດີເດັ່ນ ແລະເຕັມໄປດ້ວຍຄວາມມີສະເໜ່ຂອງວັດທະນະທຳຈີນ, ຈະສົ່ງເສີມຄວາມສາມັກຄີ ແລະການຮ່ວມມື, ສັນຕິພາບ ແລະມິດຕະພາບໃນອາຊີ ກໍຄືທົ່ວໂລກ.

 

ເນື່ອງໃນໂອກາດນັບຖອຍຫຼັງ 100 ວັນເຂົ້າສູ່ງານກິລາເອຊຽນເກມຫາງໂຈ່ວ, ທ່ານຮວງສື່ມຽນເຄີຍເດີນທາງມາຮອດນະຄອນຫາງໂຈ່ວເພື່ອເຂົ້າຮ່ວມພິທີເກັບໄຟສັກສິດ ແລະກິດຈະກຳອື່ນໆ. ໃນນາມເປັນຮອງປະທານຄະນະກຳມະການໂອລິມປິກສາກົນ, ທ່ານຮວງສື່ມຽນເຫັນວ່າ: ຈີນໄດ້ຈັດງານກິລາສາກົນອັນຍິ່ງໃຫຍ່ຫຼາຍຄັ້ງໃນຊຸມປີຜ່ານມາ, ເຊິ່ງບໍ່ພຽງແຕ່ໄດ້ສ້າງສະພາບການຂອງຈີນໃນຖານະເປັນປະເທດທີ່ເຂັ້ມແຂງດ້ານກິລາຢູ່ໃນໂລກເທົ່ານັ້ນ, ຍັງເຮັດໃຫ້ຈີນກາຍເປັນຄູ່ຮ່ວມທີ່ໜ້າໄວ້ເນື້ອເຊື່ອໃຈທີ່ສຸດຂອງຄະນະກຳມະການໂອລິມປິກສາກົນ.