ຈີນຕາງໜ້າໃຫ້ 80 ກວ່າປະເທດ ກ່າວຄຳປາໄສຮ່ວມ ກ່ຽວກັບການປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງຄົນພິການຢູ່ສະພາສິດທິມະນຸດ

2023-09-21 14:53:39 cri


ວັນທີ 20 ກັນຍານີ້, ທ່ານເຊີນສຸ້ຍ ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດ ແລະອົງການຈັດຕັ້ງສາກົນອື່ນໆທີ່ນະຄອນເຊີແນວຂອງສະວິດ ໄດ້ຕາງໜ້າໃຫ້ 80 ກວ່າປະເທດ ກ່າວຄຳປາໄສຮ່ວມກ່ຽວກັບ “ແມ່ຍິງຄົນພິການ ກັບຄວາມໂອບເອື້ອອາລີຂອງສັງຄົມ” ໃນກອງປະຊຸມຄັ້ງທີ 54 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ, ໂດຍໄດ້ຮັບສຽງຕອບຮັບຢ່າງຫຼວງຫຼາຍຈາກກອງປະຊຸມ.


ຄຳປາໄສຮ່ວມເນັ້ນໜັກວ່າ, ການຊຸກຍູ້ການພັດທະນາແບບໂອບເອື້ອອາລີຂອງສັງຄົມແມ່ນຮູບແບບສຳຄັນທີ່ສ້າງຜົນປະໂຫຍດໃຫ້ແກ່ແມ່ຍິງຄົນພິການ, ມີຜົນດີຕໍ່ການປະກອບສ່ວນເຂົ້າໃນການພັດທະນາການຄົງຕົວຢ່າງສະເໝີພາບຂອງແມ່ຍິງຄົນພິການ. ຄວນເຮັດໃຫ້ແມ່ຍິງຄົນພິການເຂົ້າຮ່ວມວຽກງານເສດຖະກິດສັງຄົມແລະວັດທະນະທຳຫຼາຍຂຶ້ນ, ໃຫ້ເຂົາເຈົ້າກາຍເປັນຜູ້ເຂົ້າຮ່ວມ, ຜູ້ປະກອບສ່ວນແລະຜູ້ໄດ້ຮັບຜົນປະໂຫຍດ ໃນການຊຸກຍູ້ການພັດທະນາຢ່າງຮອບດ້ານຂອງມະນຸດ ແລະວາລະການພັດທະນາແບບຍືນຍົງຮອດປີ 2030.