ປະທານາທິບໍດີຣັດເຊຍຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້

2023-09-21 15:23:42 CRI

 

ວັນທີ 20 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນຢູ່ນະຄອນແຊັງປີເຕີສະບວກຂອງຣັດເຊຍ.

 

ທ່ານວະລາດີເມຍ ປູຕິນກ່າວວ່າຄອງຄອຍເພີ່ມທະວີການວາງແຜນຜັງແລະລົງເລິກການຮ່ວມມືຕົວຈິງກັບຈີນ. ຍິນດີບົນພື້ນຖານຂອງກົນໄກອົງການຮ່ວມມືຊຽງໄຮ້, ປະເທດບຣິກສ໌ແລະຂອບຮ່ວມມືຫຼາຍຝ່າຍອື່ນໆ,ຮັກສາການປະສານງານກັນຢ່າງແໜ້ນແຟ້ນ, ຄັດຄ້ານລັດທິເຈົ້າອຳນາດແລະການເປັນປໍລະປັກກັນລະຫວ່າງກຸ່ມທີ່ຕ່າງກັນ, ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳສາກົນ.

 

ທ່ານຫວາງຢີ້ກ່າວວ່າ: ໃນໄລຍະຢ້ຽມຢາມຣັດເຊຍຄັ້ງນີ້, ຂ້າພະເຈົ້າຮ່ວມກັບທ່ານນີໂຄລາຍ ປາຕຣູເຊຟ, ເລຂາທິການສະພາຄວາມໝັ້ນຄົງສະຫະພັນຣັດເຊຍແລະທ່ານເຊີເກ ລາຟໂຣຟ, ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ສະຫຼຸບຢ່າງຮອບດ້ານກ່ຽວກັບການຮ່ວມມືໃນແຕ່ລະຂົງເຂດລະຫວ່າງສອງປະເທດ, ຍິນດີຮ່ວມກັບຣັດເຊຍ, ຖືຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັກສອງປະເທດເປັນບ່ອນອີງກົກຮາກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ລົງເລິກການຮ່ວມມືຕົວຈິງ, ສ້າງພື້ນຖານມະຫາຊົນແລະສັງຄົມຢ່າງມີໄມຕີຈິດລະຫວ່າງຈີນ-ຣັດເຊຍຕື່ມອີກ.