ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ພະຍາຍາມ “ສ້າງສາ, ຊຸກຍູ້ ແລະຮັກສາສັນຕິພາບໃຫ້ມວນມະນຸດ”

2023-09-22 15:10:50 cri

 

ວັນທີ 21 ກັນຍານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວປາໄສຜ່ານທາງວິດີໂອໃນໂອກາດວັນສັນຕິພາບສາກົນວ່າ: ສັນຕິພາບບໍ່ພຽງແຕ່ແມ່ນອຸດົມການທີ່ສູງສົ່ງຂອງມວນມະນຸດເທົ່ານັ້ນ, ຍັງແມ່ນຄວາມຮຽກຮ້ອງຕໍ່ການກະທຳ, ປະຊາຄົມໂລກຄວນສຸມໃສ່ “ສ້າງສາ, ຊຸກຍູ້ ແລະຮັກສາສັນຕິພາບໃຫ້ມວນມະນຸດ”.

 

ທ່ານກູເຕີເຣັສກ່າວເນັ້ນວ່າ: ສັນຕິພາບບໍ່ສາມາດບັນລຸໄດ້ໂດຍອັດຕະໂນມັດ ແຕ່ແມ່ນຜົນຂອງການກະທຳ. ທ່ານຮຽກຮ້ອງໃຫ້ເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະຮັບປະກັນຈະບໍ່ປ່ອຍປະໃຫ້ຜູ້ໃດໜຶ່ງຕົກແຖວ, ປົກປັກຮັກສາສິດທິມະນຸດ ແລະກຽດສັກສີຂອງໝົດທຸກຄົນ, ຜ່ອນຄາຍຄວາມເຄັ່ງຕຶງ ແລະຍຸດຕິການປະທະກັນດ້ວຍວິທີທາງການທູດ, ການເຈລະຈາ ແລະປະສານງານ.