ນາຍົກລັດຖະມົນຕີໂຊໂລມົງ ອິດສະແລນ ທວງໃຫ້ຍີ່ປຸ່ນຢຸດການລະບາຍນ້ຳປົນເປື້ອນລັງສີນິວແຄລຍລົງສູ່ທະເລ

2023-09-24 15:21:27 CRI

ທ່ານມານັດເຊ ໂຊກາວາ ນາຍົກລັດຖະມົນຕີໂຊໂລມົງ ອິດສະແລນໄດ້ປະກອບຄຳເຫັນໃນກອງປະຊຸມອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຊຸດທີ 78 ໃນວັນທີ 22 ກັນຍານີ້ ໂດຍໄດ້ທວງໃຫ້ຍີ່ປຸ່ນຢຸດການລະບາຍນ້ຳປົນເປື້ອນລັງສີນິວເຄລບລົງສູ່ທະເລ ທັງກ່າວວ່າ ການກະທຳດັ່ງກ່າວເປັນການທຳລາຍຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີທົ່ວໂລກ.


ທ່ານມານັດເຊ ໂຊກາວາ ກ່າວວ່າ: ໂຊໂລມົງ ອິດສະແລນ ແລະ ປະເທດໝູ່ເກາະປາຊີຟິກທີ່ມີຄວາມຄິດເຫັນດຽວກັນ ຮູ້ສຶກຕື່ນຕົກໃຈຕໍ່ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍເກາະຟູຄູຊີມະລົງສູ່ທະເລ. ບົດລາຍງານປະເມີນຜົນຂອງອົງການພະລັງງານປະລະມານູສາກົນບໍ່ມີຜົນສຳຫຼຸບທີ່ແນ່ນອນ, ຕົວເລກຂໍ້ມູນດ້ານວິທະຍາສາດທີ່ເປີດເຜີຍແລ້ວນັ້ນບໍ່ສົມບູນຄົບຖ້ວນ, ບໍ່ຮອບດ້ານ. ຖ້າວ່ານ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປ່ນແມ່ນປອດໄພຢູ່ ກໍຄວນເກັບສະສົມໄວ້ຢູ່ພາຍໃນປະເທດຍີ່ປຸ່ນ. ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ຈະເຮັດໃຫ້ເກີດຜົນກະທົບຂ້າມຊາດຫຼາຍເຊັ່ນຄົນ.