ບໍລິສັດອິນເຕວຂອງອາເມຣິກາຖືກສະຫະພາບເອີຣົບປັບໃໝ 376 ລ້ານເອີໂຣ

2023-09-24 15:47:37 cri

ວັນທີ 22 ກັນຍານີ້ຕາມເວລາທ້ອງຖິ່ນ, ຄະນະກຳມາທິການສະຫະພາບເອີຣົບໄດ້ອອກແຈ້ງການວ່າ, ຍ້ອນວ່າບໍລິສັດອິນເຕວ ທີ່ເປັນບໍລິສັດຜະລິດແຜ່ນຊິບລາຍໃຫຍ່ຂອງອາເມຣິກາໄດ້ສວຍໃຊ້ຖານະນຳພາໃນຕະຫຼາດຂອງຕົນຕາມລຳພັງໃຈ, ສະຫະພາບເອີຣົບຕົກລົງປັບໃໝບໍລິສັດອິນເຕວ 376 ລ້ານເອີໂຣ.


ລະຫວ່າງເດືອນພະຈິກປີ 2002 ຫາເດືອນທັນວາປີ 2006, ບໍລິສັດອິນເຕວໄດ້ຈ່າຍເງິນໃຫ້ບໍລິສັດຜະລິດຄອມພິວເຕີ 3 ແຫ່ງ ໂດຍຮຽກຮ້ອງໃຫ້ເຂົາເຈົ້າຍຸດຕິ ຫຼື ເລື່ອນເວລາຜະລິດຜະລິດຕະພັນທີ່ໄດ້ໃຊ້ແຜ່ນຊິບຂອງຄູ່ແຂ່ງອິນເຕວ ພ້ອມທັງຈຳກັດຊ່ອງທາງຈຳໜ່າຍຂອງຜະລິດຕະພັນເຫຼົ່ານີ້.


ປີ 2009, ຄະນະກຳມາທິການສະຫະພາບເອີຣົບໄດ້ປັບໃໝບໍລິສັດອິນເຕວ 1,06 ຕື້ເອີໂຣຍ້ອນເລື່ອງດັ່ງກ່າວ. ເດືອນມັງກອນປີ 2022, ສານສາມັນສະຫະພາບເອີຣົບ ທີ່ຕັ້ງຢູ່ລູຊຳບວກໄດ້ຍົກເລີກຄຳຕັດສິນສ່ວນໜຶ່ງຂອງຄະນະກຳມາທິການສະຫະພາບເອີຣົບສະບັບປີ 2009 ແລະ ຍົກເລີກການປັບໃໝຕໍ່ບໍລິສັດອິນເຕວ.