ອີຣານ ແລະ ມານດີວຟື້ນຟູສາຍພົວພັນທາງການທູດ

2023-09-24 15:46:54 cri

ວັນທີ 23 ກັນຍານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດອີຣານໄດ້ເຜີຍແຜ່ຖະແຫຼງການຮ່ວມລະຫວ່າງອີຣານ ແລະ ສາທາລະນະລັດມານດີວສະບັບໜຶ່ງ ໂດຍກ່າວເນັ້ນໜັກວ່າ: ອີຣານ ແລະ ມານດີວຟື້ນຟູສາຍພົວພັນທາງການທູດສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ.


ມານດີວ ແລະ ອີຣານໄດ້ສ້າງຕັ້ງສາຍພົວພັນທາງການທູດໃນປີ 1975. ໃນຄືນວັນທີ 17 ພຶດສະພາປີ 2016, ມານດີວໄດ້ອອກຖະແຫຼງການວ່າ: ມານດີວເຫັນວ່າ, ນະໂຍບາຍພາກພື້ນຕາເວັນອອກກາງຂອງອີຣານ “ໄດ້ທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ຈົນເຖິງຂັ້ນມີຜົນກະທົບຕໍ່ສະຖຽນລະພາບ, ສັນຕິພາບ ແລະ ຄວາມໝັ້ນຄົງຂອງມານດີວ”, ສະນັ້ນ, ມານດີວຕັດສິນໃຈຕັດສາຍພົວພັນທາງການທູດກັບອີຣານ.