ປະຊາຊົນອັງກິດໂຮມຊຸມນຸມເພື່ອຮຽກຮ້ອງໃຫ້ກັບສູ່ສະຫະພາບເອີຣົບຄືນໃໝ່

2023-09-25 16:48:58 cri



    ຫວ່າງມໍ່ໆມານີ້, ປະຊາຊົນອັງກິດຈຳນວນໜຶ່ງໄດ້ໂຮມຊຸມນຸມປະທ້ວງຂະໜາດໃຫຍ່ຢູ່ໃຈກາງນະຄອນຫຼວງລອນດອນ, ເພື່ອຮຽກຮ້ອງໃຫ້ອັງກິດກັບສູ່ສະຫະພາບເອີຣົບຄືນໃໝ່. ສາເຫດສຳຄັນທີ່ປະຊາຊົນອັງກິດມີການຮຽກຮ້ອງດັ່ງກ່າວແມ່ນມາຈາກຄວາມບໍ່ພໍໃຈຕໍ່ລັດຖະບານ ແລະ ສະພາບເສດຖະກິດໃນປັດຈຸບັນ.

    ອີງຕາມຕົວເລກສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ອັດຕາໄພເງິນເຟີ້ຫຼ້າສຸດຂອງອັງກິດຍັງສູງເຖິງ 6,3% . ເມື່ອຜະເຊີນກັບສະພາບເສດຖະກິດບໍ່ໄປບໍ່ມາ ແລະ ໄພເງິນເຟີ້ສູງຂຶ້ນ, ປະຊາຊົນອັງກິດທັງຫຼາຍໄດ້ຝາກຄວາມຫວັງໃຫ້ກັບການກັບສູ່ສະຫະພາບເອີຣົບຄືນໃໝ່.