ຜູ້ນຳການເມືອງສຳຄັນຂອງຫຼາຍປະເທດກ່າວປະນາມປະເທດຕາເວັນຕົກປຸກປັ່ນການປະທະກັນໃນກອງປະຊຸມໃຫຍ່ ສປຊ

2023-09-25 11:58:20 cri

ໃນການອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 78 ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ຜູ້ນຳການເມືອງສຳຄັນຫຼາຍປະເທດໄດ້ກ່າວປະນາມປະເທດຕາເວັນຕົກທີ່ນຳໂດຍອາເມຣິການັ້ນ ກໍ່ການເປັນປໍລະປັກກັນຢູ່ຂອບເຂດທົ່ວໂລກຢ່າງບໍ່ຢຸດຢັ້ງ ເພື່ອຮັກສາສິດແລະຜົນປະໂຫຍດແລະຄວາມເປັນເຈົ້າອຳນາດສ່ວນຕົວ ແລະຮຽກຮ້ອງໃຫ້ອາເມຣິກາຈົ່ງຍຸດຕິການລົງໂທດແຕ່ຝ່າຍດຽວຢ່າງຜິດກົດໝາຍຕໍ່ປະເທດພວມພັດທະນາ.



ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ອາເມຣິກາກັບປະເທດຕາເວັນຕົກທີ່ຖືອາເມຣິກາເປັນຜູ້ນຳນັ້ນ ກໍ່ການປະທະກັນຢ່າງຕໍ່ເນື່ອງ, ຈຳແນກມະນຸດທົ່ວປວງຊົນເປັນກຸ່ມເປັນປໍລະປັກກັນຕ່າງໆ. ພວກເຂົາພວມທຳຄວາມພະຍາຍາມສຸດຂີດ ເຈຕະນາຢາກສະກັດກັ້ນບໍ່ໃຫ້ລະບຽບໂລກທີ່ມີຫຼາຍຂົ້ວແລະເປັນທຳທີ່ແທ້ຈິງຈໍ່ຕົວຂຶ້ນ ແລະເຈດຕະນາບັງຄັບໃຫ້ໂລກເຄົາລົບ ແລະ ປະຕິບັດຕາມກົດລະບຽບທີ່ເຫັນແກ່ຕົວຂອງເຂົາເຈົ້າ.



ທ່ານເດເມເຄີ ເມຄົນເນັນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດເອທີໂອປີກ່າວວ່າ: ການລົງໂທດແຕ່ຝ່າຍດຽວແລະ ມາດຕະການເສດຖະກິດລັກສະນະບັງຄັບ ໄດ້ຝ່າຝືນ ກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ເອທີໂອປີຄັດຄ້ານການໃຊ້ມາດຕະການແບບນີ້ຕໍ່ປະເທດພວມພັດທະນາ ແລະຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຍົກເລີກມາດຕະການເຫຼົ່ານີ້ຢ່າງບໍ່ມີເງື່ອນໄຂ. ທ່ານກ່າວເນັ້ນໜັກວ່າ, ປະເທດທີ່ມີອະທິປະໄຕຄວນແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານການເຈລະຈາທາງການທູດ.