ຮອງປະທານຄະນະກຳມະການໂອລິມປິກສາກົນຍ້ອງຍໍຄວາມສາມາດໃນການຈັດງານກິລາຂອງຈີນ

2023-09-25 14:52:12 cri


   ວັນທີ 23 ກັນຍານີ້, ທ່ານຢູອັນ ອັນໂທນີໂອ ຊາມາຣານ ຮອງປະທານຄະນະກຳມະການໂອລິມປິກສາກົນໄດ້ຊົມພິທີເປີດງານກິລາເອຊຽນເກມຄັ້ງທີ 19 ຢູ່ສູນໂອລິມປິກຮາງໂຈ່ວ. ທ່ານກ່າວວ່າ: ພິທີເປີດງານທີ່ສະຫງ່າຜ່າເຜີຍແບບນີ້ ແມ່ນມາຈາກຄວາມພະຍາຍາມທີ່ບໍ່ລົດລະຂອງຈີນໃນການເປັນກຳລັງໜູນທີ່ແຂງແຮງ.

   ທ່ານຊາມາຣານກ່າວຕື່ມວ່າ: ພິທີເປີດງານເອຊຽນເກມຮາງໂຈ່ວໜ້າຊົມທີ່ສຸດ, ໄດ້ຊ່ອງແສງໃຫ້ເຫັນລັກສະນະຍຸກສະໄໝຢ່າງຄົບຖ້ວນ ທັງມີສິລະປະສູງ. ຂ້າພະເຈົ້າເຊື່ອວ່າຈີນຈະຈັດງານເອຊຽນເກມຄັ້ງນີ້ໄດ້ຢ່າງສຳເລັດຜົນ. ຈີນຈັດງານກິລາສາກົນ ເບິ່ງຄຶຊິບໍ່ຫຍຸ້ງຍາກປານໃດ, ແຕ່ພວກເຮົາພັດຮູ້ດີວ່າມັນມີຄວາມຫຍຸ້ງຍາກຫຼາຍໃນຂະບວນການກະກຽມແລະຈັດງານ, ຄວາມສາມາດໃນການຈັດງານກິລາຂອງຈີນໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ຜູ້ຊົມມາໂດຍຕະຫຼອດ,ຂ້າພະເຈົ້າຕ້ອງສະແດງຄວາມຍ້ອງຍໍສັນລະເສີນຈີນຢ່າງຈຸດໃຈ.