ການເຄື່ອນໄຫວດ້ານເສດຖະກິດຢູ່ເຂດໃຊ້ເງິນເອີໂຣໃນໄຕມາດທີ 3 ອ່ອນເພຍລົງຕື່ມອີກ

2023-09-26 14:57:56 CRI


ວັນທີ 25 ກັນຍານີ້, ທ່ານຄຣິສຕິນ ລາກາເດ ຜູ້ວ່າການທະນາຄານກາງເອີຣົບ ກັບ ກຳມາທິການວຽກງານເສດຖະກິດ ແລະເງິນຕາສະພາເອີຣົບໄດ້ຈັດການສົນທະນາເງິນຕາຄັ້ງທີ 3 ຂອງປີນີ້.


ທ່ານລາກາເດກ່າວວ່າ, ຕົວຊີ້ວັດຕ່າງໆໃນໄລຍະນີ້ສະແດງໃຫ້ເຫັນວ່າ ການເຄື່ອນໄຫວດ້ານເສດຖະກິດຢູ່ເຂດໃຊ້ເງິນເອີໂຣໃນໄຕມາດທີ 3 ອ່ອນເພຍລົງຕື່ມອີກ. ຂະແໜງການບໍລິການໄດ້ສ້າງໂອກາດປະກອບອາຊີບຢ່າງຊ້າລົງ, ທ່ວງທ່າເຕີບໂຕໂດຍລວມກໍຊ້າລົງ. ທ່ານລາກາເດຍັງກ່າວຕື່ມວ່າ, ອັດຕາເງິນເຟີ້ຈະຮັກສາໃນລະດັບອ່າວສູງເປັນໄລຍະຍາວ.