Moody's ເຕືອນວ່າ: ລັດຖະບານຍຸດຕິການດຳເນີນງານຈະເກີດຜົນກະທົບທາງລົບຕໍ່ການປະເມີນລະດັບຂອງອາເມຣິກາ

2023-09-26 16:35:33 cri


   ວັນທີ25ກັນຍານີ້,ອົງການປະເມີນລະດັບສາກົນ Moody's ກ່າວວ່າ: ຖ້າວ່າລັດຖະບານອາເມຣິກາບໍ່ສາມາດຮັບຮອງເອົາຍັດຕິລາຍຈ່າຍກ່ອນທ້າຍເດືອນກັນຍານີ້ ແລະ ຍຸດຕິການດຳເນີນງານ, ຈະເກີດຜົນກະທົບທາງລົບຕໍ່ລະດັບຄວາມໜ້າເຊື່ອຖືຂອງອາເມຣິກາ.


   Moody's ກ່າວຕື່ມວ່າ: ລັດຖະບານຍຸດຕິການດຳເນີນງານ ໝາຍເຖິງຄວາມສາມາດຂອງ ລັດຖະບານອາເມຣິກາໃນການຈັດຕັ້ງແລະຄຸ້ມຄອງທີ່ອ່າວອ່ອນແອ, ການເມືອງອາເມຣິກາຫັນເປັນຫຼາຍຂົ້ວໄດ້ຈຳກັດການວາງນະໂຍບາຍທາງການເງິນຢ່າງຫຼວງຫຼາຍ. ລັດຖະບານຍຸດຕິການດຳເນີນງານຍິ່ງຍາວ,ຈະມີຜົນກະທົບທາງລົບໃຫ້ກັບເສດຖະກິດຍິ່ງຫຼາຍ, ມີຄວາມອາດເປັນໄປໄດ້ຫຼາຍທີ່ສຸດທີ່ຈະທຳລາຍເສດຖະກິດແລະຕະຫຼາດການທະນາຄານຂອງອາເມຣິກາ.


   ຕາມຂ່າວແຈ້ງວ່າ: ຕາບໃດລັດຖະບານຍຸດຕິການດຳເນີນງານແລ້ວ, ຈະມີພະນັກງານຂອງລັດຖະບານສະຫະລັດປະມານ 4 ລ້ານຄົນຈຳເປັນຕ້ອງພັກວຽກ, ເຫຼືອພຽງພະນັກງານໃນຕຳແໜ່ງທີ່ຈຳເປັນຈຳນວນໜຶ່ງຕ້ອງເຮັດວຽກຢ່າງບໍ່ມີເງິນເດືອນ.