ຈັດກິດຈະກຳ “ເທສະການຮູບເງົາ ແລະ ຮູບພາບຈີນ” 2023ຢູ່ສຳນັກງານໃຫຍ່ ກຳມາທິການເສດຖະກິດອາເມຣິກາລາຕິນ ແລະ ກາຣາອິບອົງການສະຫະປະຊາຊາດ

2023-09-27 10:56:01 CRI


ເນື່ອງໃນໂອກາດທີ່ຕ້ອນຮັບການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ວັນທີ 25 ກັນຍານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມມືກັບກຳມາທິການເສດຖະກິດອາເມຣິກາລາຕິນ ແລະ ກາຣາອິບອົງການສະຫະປະຊາຊາດ, ໄດ້ຈັດກິດຈະກຳ “ເທສະການຮູບເງົາ ແລະ ຮູບພາບຈີນ 2023”ຢູ່ນະຄອນຫຼວງຊັງຕີອາໂກປະເທດຈີເລ, ເພື່ອໂຄສະນາເຜີຍແຜ່ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ເລື່ອງລາວທີ່ຈີນ ແລະ ໂລກຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍຜ່ານວີດີໂອ ແລະ ຮູບພາບ. ເຈົ້າໜ້າທີ່ລັດຖະບານຈີເລ, ກຳມາທິການ ເສດຖະກິດອາເມຣິກາລາຕິນ ແລະ ກາຣາອິບ, ທູຕານຸທູດປະເທດອາເມຣິກາລາຕິນປະຈຳຈີເລ, ແລະບຸກຄົນສຳຄັນຈາກວົງການຕ່າງໆຂອງຈີເລ ເກືອບຮ້ອຍຄົນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.



ປີ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຕໍ່ຊາວໂລກ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຍຶດໝັ້ນຫຼັກການເປິກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ຄວາມກົມກຽວລະຫວ່າງບັນດາປະເທດທີ່ເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.