ຊີຣີ ແລະ ສປປ ເກົາຫຼີກ່າວປະນາມການກະທຳລັດທິເຈົ້າອຳນາດຂອງອາເມຣິກາ

2023-09-27 10:58:17 CRI


ວັນທີ 26 ກັນຍານີ້ແມ່ນມື້ສຸດທ້າຍຂອງການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78, ຊີຣີ ແລະ ສປປເກົາຫຼີໄດ້ກ່າວປະນາມການກະທຳລັດທິເຈົ້າອຳນາດຂອງອາເມຣິກາ.



ທ່ານບັສຊາມ ຊັບບາກ ຜູ້ຕາງໜ້າຖາວອນຂອງຊີຣີປະຈຳອົງການສະຫະປະຊາຊາດກ່າວວ່າ, ອາເມຣິກາໄດ້ປຸ້ນສະດົມນ້ຳມັນເຊື້ອໄຟ, ອາຍແກັດທຳມະຊາດ ແລະ ຊັບສິນອື່ນໆຂອງຊາດຊີຣີ ຢ່າງບັງອາດ ແລະ ມີແຜນການ, ຂູດຮີດຊັບພະຍາກອນຂອງປະຊາຊົນຊີຣີ, ເຮັດໃຫ້ປະຊາຊົນຊີຣີປະສົບຄວາມທຸກທໍລະມານຢ່າງຮ້າຍແຮງຂຶ້ນ. ພວກເຮົາເຫັນວ່າ, ອົງການສະຫະປະຊາຊາດມີພັນທະສືບຫາຄວາມຮັບຜິດຊອບນຳອາເມຣິກາ, ພ້ອມທັງທວງໃຫ້ອາເມຣິກາສົ່ງຄືນເງິນທຶນທີ່ເຂົາປຸ້ນສະດົມນັ້ນໃຫ້ກັບລັດຖະບານຊີຣີ.

 


ທ່ານກິມຊົງ ຜູ້ຕາງໜ້າຖາວອນຂອງສປປເກົາຫຼີປະຈຳອົງການສະຫະປະຊາຊາດກ່າວວ່າ, ອາເມຣິກາພວມເຮັດໃຫ້ສະຖານະການຢູ່ແຫຼມເກົາຫຼີກ້າວໄປສູ່ການປະທະກັນດ້ວຍກຳລັງອາວຸດ, ໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ສະພາບການເມືອງ ແລະ ສະພາບຄວາມໝັ້ນຄົງຂອງພາກພື້ນ. ສປປ ເກົາຫຼີກ່າວປະນາມກຸ່ມນາໂຕທີ່ມີອາເມຣິກາເປັນຫົວໂປ່ນັ້ນພວມທຳລາຍສະພາບການຄວາມໝັ້ນຄົງຂອງໂລກ, ໂລກພວມປະເຊີນກັບວິກິດການຄວາມໝັ້ນຄົງທີ່ໜັກໜ່ວງທີ່ສຸດຫຼັງຈາກສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.