ຝຣັ່ງຈັດງານຮັບສະໝັກພະນັກງານເພື່ອຮັບໃຊ້ງານກິລາໂອລິມປິກ

2023-09-28 16:48:49 cri


ວັນທີ 26 ກັນຍານີ້, ອົງການຈັດຕັ້ງງານກິລາໂອລິມປິກປາຣີປີ 2024 ກັບຄູ່ຮ່ວມມືໄດ້ຈັດງານຮັບສະໝັກພະນັກງານຂະໜາດໃຫຍ່ຢູ່ນະຄອນຫຼວງປາຣີປະເທດຝຣັ່ງ ເຊິ່ງຈະຮັບສະໝັກພະນັກງານ 16.000 ຕຳແໜ່ງເພື່ອຮັບໃຊ້ງານກິລາໂອລິມປິກ, ຕຳແໜ່ງງານເຫຼົ່ານີ້ກ່ຽວພັນເຖິງອາຫານການກິນ, ການປ້ອງກັນຄວາມສະຫງົບ, ການຂົນສົ່ງ, ການທຳຄວາມສະອາດ ແລະ ຂະແໜງການບໍລິການອື່ນໆ.

ຄະນະກຳມະການງານກິລາໂອລິມປິກປາຣີຄາດວ່າ ໃນລະຫວ່າງປີ 2018 ຫາ 2024 ຈະມີຫຼາຍກວ່າ 181.000 ຄົນເຮັດວຽກກ່ຽວກັບງານກິລາໂອລິມປິກປາຣີໂດຍກົງ.