ໂປໂລຍຢືນຢັນວ່າລູກສອນໄຟນຳວິຖີທີ່ຕົກເຂົ້າໃນແດນໂປໂລຍໃນປີ 2022 ແມ່ນຍິງມາຈາກອູແກຣນ

2023-09-29 14:19:42 cri

ຫວ່າງມໍ່ໆມານີ້, “ໜັງສືພິມສາທາລະນະລັດ” ຂອງປະເທດໂປໂລຍລາຍງານວ່າ, ບຸກຄົນທີ່ຮູ້ສະພາບການສຳຫຼວດໄດ້ໃຫ້ຮູ້ວ່າ: ໂປໂລຍຢືນຢັນວ່າລູກສອນໄຟນຳວິຖີທີ່ຕົກເຂົ້າໃນແດນໂປໂລຍໃນເດືອນພະຈິກປີ 2022 ແມ່ນຍິງມາຈາກອູແກຣນ.

ຕາມຂ່າວລາຍງານໃຫ້ຮູ້ວ່າ: ຜູ້ຊ່ຽວຊານໂປໂລຍຢືນຢັນວ່າ, ລູກສອນໄຟນຳວິຖີທີ່ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຢູ່ພາກໃຕ້ໂປໂລຍລູກນີ້ ແມ່ນອູແກຣນເປັນຜູ້ຍິງ.


ເດືອນພະຈິກປີ 2022, ເຂດຊາຍແດນພາກຕາເວັນອອກຂອງໂປໂລບທີ່ຕິດກັບອູແກຣນໄດ້ເກີດເຫດລະເບີດ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ. ຍ້ອນວ່າໂປໂລຍແມ່ນປະເທດສະມາຊິກກຸ່ມນາໂຕ, ເຫດລະເບີດຄັ້ງນີ້ໄດ້ເຮັດໃຫ້ເກີດຄວາມເປັນຫ່ວງທີ່ຈະແຕະຕ້ອງເຖິງມາດຕາທີ 5 ກ່ຽວກັບການປ້ອງກັນຮວມໝູ່ຂອງນາໂຕຫຼືບໍ່ ເຊິ່ງຈະເຮັດໃຫ້ວິກິດການອູແກຣນດຸເດືອດຂຶ້ນຕື່ມອີກ.