ກອງປະຊຸມເວທີເປິກສາຫາລືຊ່ຽງຊານປັກກິ່ງຄັ້ງທີ 10 ຈະຈັດຂຶ້ນລະຫວ່າງວັນທີ 29-31 ຕຸລາ

2023-09-29 15:35:37 cri


ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງປ້ອງກັນປະເທດຈີນທີ່ຈັດຂຶ້ນໃນຕອນບ່າຍວັນທີ 28 ກັນຍານີ້, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ກອງປະຊຸມເວທີເປິກສາຫາລືຊ່ຽງຊານປັກກິ່ງຄັ້ງທີ 10 ຈະຈັດຂຶ້ນລະຫວ່າງວັນທີ 29 ຫາ 31 ຕຸລາໜ້ານີ້ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.

ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ເນັ້ນຫົວຂໍ້ “ຄວາມໝັ້ນຄົງຮ່ວມກັນ, ສັນຕິພາບຖາວອນ”, ສຸມໃສ່ທິດທາງການຮ່ວມມືທີ່ສຳຄັນກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ເພື່ອສະໜອງໂອກາດປະກອບຄຳເຫັນຢ່າງສະເໝີພາບໃຫ້ແກ່ຝ່າຍຕ່າງໆໃນການຮ່ວມກັນເປິກສາຫາລືບັນຫາຫຍຸ້ງຍາກດ້ານຄວາມໝັ້ນຄົງ, ຊອກຫາວິທີແກ້ໄຂບັນຫາຄວາມໝັ້ນຄົງ ແລະ ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ.

ປັດຈຸບັນ, ວຽກງານກະກຽມຂອງກອງປະຊຸມເວທີເປິກສາຫາລືພວມດຳເນີນຢູ່ຢ່າງເປັນລະບຽບ, ຜູ້ຕາງໜ້າລັດຖະບານຫຼາຍກກວ່າ 40 ປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊ່ານ-ນັກວິຊາການທີ່ມີຊື່ສຽງໂດ່ງດັງຂອງຈີນ ແລະ ຕ່າງປະເທດໄດ້ຢື້ນຢັນແລ້ວວ່າຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.