ຄະນະກຳມາທິການຕິດຕາມແລະສອບຖາມຄວາມຮັບຜິດຊອບ ສະພາຕ່ຳອາເມຣິກາຈັດງານຟັງຄຳໃຫ້ການຄັ້ງທຳອິດກ່ຽວກັບການກ່າວໂທດແລະສຳຫຼວດທ່ານໂຈ ໄບເດັນ

2023-09-29 14:18:54 cri

ວັນທີ 28 ກັນຍານີ້ຕາມເວລາທ້ອງຖິ່ນ, ຄະນະກຳມາທິການຕິດຕາມແລະສອບຖາມຄວາມຮັບຜິດຊອບ ສະພາຕ່ຳອາເມຣິກາ ໄດ້ຈັດງານຟັງຄຳໃຫ້ການຄັ້ງທຳອິດ ໃນການກ່າວໂທດແລະສຳຫຼວດທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ.


ທ່ານແຈມສ ໂກເມີ ປະທານຄະນະກຳມາທິການຕິດຕາມແລະສອບຖາມຄວາມຮັບຜິດຊອບສະພາຕ່ຳອາເມຣິກາ ທີ່ສັງກັດພັກຣີພັບບລິກັນ ກ່າວໃນງານຟັງຄຳໃຫ້ການວ່າ: ປັດຈຸບັນ, ໄດ້ເກັບກຳ “ຫຼັກຖານທີ່ກອງເປັນພູ”, ຫຼັກຖານເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ: ທ່ານປະທານາທິບໍດີໂຈ ໄບເດັນ “ໄດ້ໃຊ້ອຳນາດເກີນຂອບເຂດ ເພື່ອສະແຫວງຫາຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ຄອບຄົວຂອງຕົນ”.


ວັນທີ 12 ກັນຍານີ້, ທ່ານເຄວິນ ແມັກກາທີ ປະທານສະພາຕ່ຳອາເມຣິກາທີ່ສັງກັດພັກຣີພັບບລິກັນກ່າວວ່າ: ຕົນຈະທວງໃຫ້ຄະນະກຳມາທິການທີ່ກ່ຽວຂ້ອງຂອງສະພາຕ່ຳດຳເນີນການສຳຫຼວດເພື່ອກ່າວໂທດທ່ານໂຈ ໄບເດັນ. ຕາມສື່ມວນຊົນອາເມຣິກາລາຍງານວ່າ, ໃນໄລຍະຕໍ່ໄປນີ້ ຍັງຈະຈັດງານຟັງຄຳໃຫ້ການໃນການສຳຫຼວດແລະກ່າວໂທດຫຼາຍຄັ້ງ.