ຝຣັ່ງໄດ້ຜ່ານເດືອນກັນຍາທີ່ຮ້ອນເອົ້າທີ່ສຸດໃນປະຫວັດສາດ

2023-09-30 13:10:25 cri

ອີງຕາມຕົວເລກຂໍ້ມູນທີ່ອົງການອຸຕຸນິຍົມຝຣັ່ງເປີດເຜີຍໃນວັນທີ 29 ກັນຍານີ້ສະແດງໃຫ້ເຫັນວ່າ, ເດືອນກັນຍາປີນີ້ແມ່ນເດືອນກັນຍາທີ່ຮ້ອນເອົ້າທີ່ສຸດໃນປະຫວັດສາດຂອງຝຣັ່ງນັບແຕ່ມີສະຖິຕິເປັນຕົ້ນມາ ໂດຍອຸນຫະພູມສະເລ່ຍໄດ້ສູງກວ່າລະດັບປົກກະຕິຢ່າງຫຼວງຫຼາຍ.


ຕົວເລກຂໍ້ມູນຂອງອົງການອຸຕຸນິຍົມຝຣັ່ງສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 25 ກັນຍານີ້, ອຸນຫະພູມສະເລ່ຍຂອງເດືອນກັນຍາປີນີ້ໄດ້ສູງກວ່າລະດັບປົກກະຕິໃນເດືອນກັນຍາລະຫວ່າງປີ 1991 ຫາປີ 2020 ເຖິງ 3,6 ອົງສາ, ຈົນຍັງສູງກວ່າລະດັບປົກກະຕິຂອງອຸນຫະພູມໃນເດືອນກໍລະກົດ ແລະ ເດືອນສິງຫາຂອງຫຼາຍປີຜ່ານມາ. ເຖິງວ່າເດືອນກັນຍາຍັງບໍ່ທັນສິ້ນສຸດລົງກໍຕາມ, ແຕ່ປັດຈຸບັນກໍສາມາດຢືນຢັນໄດ້ວ່າ ເດືອນກັນຍາປີນີ້ແມ່ນເດືອນກັນຍາທີ່ຮ້ອນເອົ້າທີ່ສຸດໃນປະຫວັດສາດຂອງຝຣັ່ງນັບແຕ່ມີສະຖິຕິເປັນຕົ້ນມາ.


ນອກນີ້, ລະຫວ່າງວັນທີ 3 ຫາ 11 ກັນຍານີ້, ຝຣັ່ງໄດ້ຜ່ານໄລຍະມີອຸນຫະພູມສູງແບບບໍ່ເຄີຍມີມາກ່ອນ, ອຸນຫະພູມໄດ້ສູງກວ່າລະດັບປົກກະຕິ 4 ຫາ 6 ອົງສາ. ວັນທີ 7 ກັນຍານີ້, ອົງການອຸຕຸນິຍົມຝຣັ່ງໄດ້ອອກແຈ້ງເຕືອນໄພລະດັບສີໝາກກ້ຽງໃນ 14 ແຂວງ ເຊິ່ງແມ່ນຝຣັ່ງໄດ້ອອກແຈ້ງເຕືອນໄພອຸນຫະພູມສູງລະດັບສີໝາກກ້ຽງພາຍຫຼັງລະດູຮ້ອນຜ່ານໄປເປັນຄັ້ງທຳອິດ ນັບແຕ່ເລີ່ມນຳໃຊ້ລະບົບແຈ້ງເຕືອນໄພດັ່ງກ່າວໃນປີ 2004 ເປັນຕົ້ນມາ.