ນະຄອນແຊນຟຣັນຊິສໂກຂອງອາເມຣິກາເກີດມີອາດຊະຍາກຳຢ່າງກຳເລີບເສີບສານ

2023-09-30 15:30:24 cri

ຕາມໜັງສືພິມ San Francisco Chronicle ຂອງອາເມຣິກາລາຍງານວ່າ: ອີງຕາມຜົນການສຳຫຼວດສະບັບໜຶ່ງທີ່ເປີດເຜີຍໂດຍສະມາຄົມຮ້ານອາຫານ Golden Gate ສະແດງໃຫ້ເຫັນວ່າ: ໃນໜຶ່ງເດືອນທີ່ຜ່ານມາ, ຢູ່ນະຄອນແຊນຟຣັນຊິສໂກຂອງອາເມຣິກາມີພຽງແຕ່ 3% ຂອງຮ້ານອາຫານໃນທົ່ວເມືອງບໍ່ໄດ້ຮັບຜົນກະທົບຈາກພວກກໍ່ວິນາດສະກຳ.

ໜັງສືພິມດັ່ງກ່າວໄດ້ຫວນຄືນຜົນການສຳຫຼວດຕໍ່ຮ້ານອາຫານ 74 ແຫ່ງ ແລະ ລາຍງານວ່າ: ມີເຈົ້າຂອງຮ້ານອາຫານ 3 ແຫ່ງກ່າວວ່າ: ຮ້ານອາຫານຂອງຕົນເຄີຍຖືກໂຈມຕີດ້ວຍວັດຖຸອາຊິດ. ຖ້າວ່າເຈົ້າຂອງຮ້ານບໍ່ທຳຄວາມສະອາດວັດຖຸເຫຼົ່ານີ້, ເຂົາເຈົ້າບໍ່ພຽງແຕ່ຈະເສຍລູກຄ້າເປົ້າໝາຍເທົ່ານັ້ນ, ຍັງຈະຖືກອົງການປົກຄອງນະຄອນປັບໃໝ 500 ໂດລາອີກດ້ວຍ.

ນັບແຕ່ເດືອນມັງກອນປີ 2022 ເປັນຕົ້ນມາ, ຢູ່ນະຄອນແຊນຟຣັນຊິສໂກມີວິສາຫະກິດທີ່ມີຊື່ສຽງເກືອບ 30 ແຫ່ງໄດ້ປິດ ຫຼື ປະກາດຈະຖອນອອກຈາກເຂດທີ່ຢູ່ອ້ອມຂ້າງ Union Square ຂອງນະຄອນແຊນຟຣັນຊິສໂກ. ນັບແຕ່ປີ 2019 ເປັນຕົ້ນມາ, ຢູ່ເຂດດັ່ງກ່າວມີວິສາຫະກິດ 47% ໄດ້ປິດແລ້ວ.