ຍີ່ປຸ່ນຈະເລີ່ມປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 2 ໃນວັນທີ 5 ຕຸລານີ້.

2023-10-01 15:32:40 cri

ອີງຕາມສື່ມວນຊົນຍີ່ປຸ່ນລາຍງານໃນວັນທີ 28 ກັນຍາຜ່ານມານີ້ວ່າ: ບໍລິສັດພະລັງງານໄຟຟ້າໂຕກຽວປະກາດວ່າ: ການປ່ອຍນໍ້າປົນເປື້ອນລັງສີນິວເຄລຍຂອງໂຮງງານຜະລິດໄຟຟ້າຟຸຄຸຊິມະເລກ 1 ລົງສູ່ທະເລຮອບທີ 2 ຈະເລີ່ມປະຕິບັດໃນວັນທີ 5 ຕຸລານີ້. ຕາມແຜນການທີ່ວາງໄວ້ແລ້ວ, ປະລິມານການປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລເທື່ອນີ້ແມ່ນ 7.800 ໂຕນ ພາຍໃນເວລາປະມານ 17 ວັນ.

ການກະທໍາຂອງຍີ່ປຸ່ນໄດ້ຮັບການຄັດຄ້ານຢ່າງຮຸນແຮງຈາກຝ່່າຍຕ່າງໆທັງພາຍໃນ ແລະ ຕ່າງປະເທດຍີ່ປຸ່ນ. ສະພາເມືອງຮາໂກດາເຕະ ແຂວງໂຮກາອີໂດະ ໄດ້ຜ່ານການຮັບຮອງເອກະສານຄວາມເຫັນສະບັບໜຶ່ງໃນວັນທີ 20 ກັນຍາຜ່ານມານີ້ ໂດຍລະບຸວ່າ: ການປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລເປັນການກະທໍາທີ່ທ່ານຟຸມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນເຮັດຢ່າງດື້ດ້ານຫົວແຂງໂດຍບໍ່ເອົາຫົວຊານໍາສຽງຄັດຄ້ານຈາກຊາວປະມົງ ແລະ ກຸ່ມຄົນອື່ນໆ. ເອກະສານສະບັບດັ່ງກ່າວໄດ້ຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນຍຸດຕິການປ່ອຍນໍ້າປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນທັນທີ.