ປະທານາທິບໍດີຕູຣາເຄຍກ່າວວ່າ: ຕູຣາເຄຍບໍ່ມີຄວາມຫວັງຕໍ່ສະຫະພາບເອີຣົບແຕ່ຢ່າງໃດອີກ

2023-10-02 13:40:51 cri

ວັນທີ 1 ຕຸລານີ້, ທ່ານຣີເຊັບ ຕາຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວວ່າ: ປັດຈຸບັນ, ຕູຣາເຄຍບໍ່ສາມາດຍອມຮັບຕໍ່ຄວາມຮຽກຮ້ອງແບບບັງຄັບ ແລະ ເງື່ອນໄຂໃໝ່ແຕ່ຢ່າງໃດໃນຂັ້ນຕອນການເຂົ້າເປັນສະມາຊິກສະຫະພາບເອີຣົບຢ່າງເປັນທາງການ.

ໃນມື້ດັ່ງກ່າວ, ທ່ານຣີເຊັບ ຕາຢິບ ເອີໂດກັນໄດ້ກ່າວຄໍາປາໄສຢູ່ສະພາແຫ່ງຊາດຕູຣາເຄຍວ່າ: ໃນໄລຍະຜ່ານມາ, ຕູຣາເຄຍໄດ້ປະຕິບັດຕາມຄໍາໝັ້ນສັນຍາຂອງຕົນທີ່ມີຕໍ່ສະຫະພາບເອີຣົບມາໂດຍຕະຫຼອດ, ແຕ່ສະຫະພາບເອີຣົບບໍ່ໄດ້ປະຕິບັດຕາມຄໍາໝັ້ນສັນຍາຂອງຕົນທີ່ມີຕໍ່ຕູຣາເຄຍຈັກເທື່ອ. ສະຫະພາບເອີຣົບບໍ່ເອົາຫົວຊານໍາຫຼັກການ, ກົດລະບຽບ ແລະ ຂັ້ນຕອນທີ່ສະເໜີໂດຍຕົນເອງ, ບໍ່ຢາກມີຄວາມຍຸຕິທໍາຕໍ່ຕູຣາເຄຍແຕ່ຕົ້ນຕະຫຼອດປາຍ ແລະ ບໍ່ເຄີຍປ່ຽນແປງຄວາມເຫັນລໍາອຽງທີ່ມີຕໍ່ຕູຣາເຄຍ.

ຕູຣາເຄຍໄດ້ສະໝັກເຂົ້າເປັນສະມາຊິກຂອງສະມາຄົມເອີຣົບ ທີ່ເປັນຕົ້ນກຳເນີດຂອງສະຫະພາບເອີຣົບໃນປີ 1987, ໄດ້ຮັບສິດເປັນປະເທດສະໝັກໃນປີ 1999, ໄດ້ເລີ່ມການເຈລະຈາເຂົ້າເປັນສະມາຊິກສະຫະພາບເອີຣົບໃນປີ 2005, ແຕ່ຈົນມາຮອດປັດຈຸບັນ, ການເຈລະຈາດັ່ງກ່າວບໍ່ໄດ້ຮັບການບຸທະລຸ. ນອກນີ້, ໃນຫຼາຍປີມານີ້, ຕູຣາເຄຍຫວັງວ່າຈະບັນລຸກົນໄກຍົກເວັ້ນວີຊາພົນລະເມືອງເຊິ່ງກັນແລະກັນກັບປະເທດສະມາຊິກສະຫະພາບເອີຣົບ ແຕ່ກໍບໍ່ໄດ້ສົມຫວັງ.