ລັດຖະສະພາອາເມຣິກາອະນຸມັດຍັດຕິການຈັດສັນງົບປະມານໄລຍະສັ້ນ ລັດຖະບານອາເມຣິກາບໍ່ຕ້ອງປິດການເຮັດວຽກແລ້ວ

2023-10-02 14:56:51 CRI

ວັນທີ 30 ກັນຍາຜ່ານມາ, ລັດຖະສະພາອາເມຣິກາໄດ້ອະນຸມັດຍັດຕິການ ຈັດສັນງົບປະມານໄລຍະສັ້ນສະບັບໜຶ່ງ ເພື່ອໃຫ້ລັດຖະບານສືບຕໍ່ເຄື່ອນໄຫວເຮັດວຽກ, ຫຼີກເວັ້ນບໍ່ໃຫ້ລັດຖະບານປິດການເຮັດວຽກໄປບາງສ່ວນ.


ຍັດຕິການຈັດສັນງົບປະມານສະບັບນີ້ຈະຮັກສາລະດັບລາຍຈ່າຍໃນປັດຈຸບັນ ເພື່ອສະໜອງງົບປະມານໃຫ້ລັດຖະບານອາເມຣິກາສາມາດເຄື່ອນໄຫວເຮັດວຽກໄປຮອດວັນທີ 17 ພະຈິກໜ້ານີ້. ສະພາຕ່ຳ ແລະ ສະພາສູງອາເມຣິກາຕ່າງກໍໄດ້ອະນຸມັດ ຍັດຕິສະບັບດັ່ງກ່າວຕາມລຳດັບໃນວັນທີ 30 ກັນຍາຜ່ານມາ, ໃນເວລາທີ່ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ລົງນາມໃນຍັດຕິສະບັບດັ່ງກ່າວໃນກາງຄືນ ຂອງວັນດັ່ງກ່າວນັ້ນ ຫ່າງຈາກງົບປະມານສົກປີ 2023 ຂອງລັດຖະບານອາເມຣິກາ ຈະໝົດສິ້ນເຫຼືອພຽງແຕ່ບໍ່ຮອດ 1 ຊົ່ວໂມງ.


ຂ່າວລາຍງານວ່າ: ໃນຍັດຕິດັ່ງກ່າວລວມທັງທຶນກູ້ໄພ 16 ຕື້ໂດລາທີ່ລັດຖະບານ ໂຈ ໄບເດັນສະແຫວງຫາ, ແຕ່ບໍ່ລວມທັງມາດຕາທີ່ຕັດລາຍຈ່າຍລັດຖະບານໜ້ອຍລົງ ຢ່າງຫຼວງຫຼາຍ ແລະ ເພີ່ມທະວີການຄຸ້ມຄອງ-ຄວບຄຸມຊາຍແດນ ເຊິ່ງເປັນຄວາມ ຮຽກຮ້ອງໃນເມື່ອກ່ອນຂອງຝ່າຍອະນຸລັກນິຍົມໃນພັກຣີພັບບລີກັນໃນສະພາຕ່ຳ ແລະ ກໍບໍ່ມີເນື້ອໃນທີ່ພັກດີໂມເກຼັດສະແຫວງຫາເພີ່ມການສະໜັບສະໜູນແກ່ອູແກຣນ.