ເສດຖະກິດຈີນມີທ່າອ່ຽງເລັ່ງລັດຟື້ນຟູຄືນໃໝ່ໃນເດືອນກັນຍາຜ່ານມາ

2023-10-02 11:46:51 cri

ເວັບໄຊຂອງຂ່າວສານບລູມເບີກອາເມຣິກາລາຍງານໃນວັນທີ 29 ກັນຍາແລ້ວນີ້ວ່າ, ບໍລິສັດ spaceknow ຂອງອາເມຣິກາ ເຊິ່ງເປັນບໍລິສັດວິເຄາະເສດຖະກິດໂລກໂດຍອາໄສຕົວເລກຈາກດາວທຽມເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງການເຄື່ອນໄຫວຢູ່ບໍລິເວນອ້ອມຂ້າງຮ້ານຊັບພະສິນຄ້າຂະໜາດໃຫຍ່ຂອງປະເທດຈີນມີຄວາມຄຶກຄື້ນຍິ່ງຂຶ້ນໃນເດືອນສິງຫາປີນີ້, ໃນເດືອນກັນຍາຜ່ານມາ, ການເຄື່ອນໄຫວດັ່ງກ່າວຍັງຢູ່ໃນລະດັບທີ່ຄຶກຄື້ນສົມຄວນ. ບໍລິສັດ spaceknow ກ່າວວ່າ: “ຕົວເລກຈາກດາວທຽມສະແດງໃຫ້ເຫັນວ່າ, ອຸດສາຫະກຳກໍ່ສ້າງຂອງຈີນໄດ້ພັດທະນາເປັນຢ່າງດີ, ຄວາມໝັ້ນໃຈຂອງຜູ້ບໍລິໂພກກຳລັງຟື້ນຟູຄືນໃໝ່”.

ຂ່າວລາຍງານວ່າ: ດັດຊະນີຄວາມໝັ້ນໃຈໃນເດືອນກັນຍາຜ່ານມາຂອງຜູ້ບໍລິໂພກຈີນຂອງບໍລິສັດ Morning Consult ເຊິ່ງເປັນບໍລິສັດທີ່ເປິກສາ ຂອງອາເມຣິກາ ໄດ້ຮັກສາຈັງຫວະການເຕີບໂຕເທົ່າກັບເດືອນສິງຫາປີນີ້. ດັດຊະນີຊະນິດອື່ນໆກໍສະແດງໃຫ້ເຫັນວ່າ, ເສດຖະກິດຈີນມີທ່າອ່ຽງເຕີບໂຕໄວຂຶ້ນໃນຫຼາຍອາທິດຜ່ານມາ. ດັດສະຊີການເຕີບໂຕຂອງຂະແໜງການຕ່າງໆໃນເດືອນກັນຍາຜ່ານມາຂອງຈີນທີ່ບໍລິສັດຄົ້ນຄວ້າເສດຖະກິດໂລກເປີດເຜີຍນັ້ນໄດ້ເພີ່ມຂຶ້ນເປັນ 53,1%, ໄດ້ສ້າງສະຖິຕິຄັ້ງໃໝ່ໃນໄລຍະ 6 ເດືອນຜ່ານມາ.

ບົດລາຍງານຂອງກຸ່ມບໍລິສັດ Macquarie ຂອງອົສຕຣາລີສະແດງໃຫ້ເຫັນວ່າ: ຄາດວ່າເສດຖະກິດຈີນຈະຟື້ນຟູຄືນໃໝ່ຢ່າງຕໍ່ເນື່ອງພາຍໃຕ້ປັດໄຈທີ່ດີສາມຢ່າງຄື: ການປັບປຸງນະໂຍບາຍການເງິນ, ການສົ່ງອອກສິນຄ້າມີຄວາມໝັ້ນທ່ຽງ ແລະ ລັດຖະບານຈີນອອກນະໂຍບາຍອະສັງຫາລິມະຊັບ.