ຫົວໜ້າເຈົ້າໜ້າທີ່ການທູດສະຫະພາບເອີຣົບກ່າວວ່າ: ປະເທດກໍາພວມທະນາກໍາລັງຊອກຫາຜູ້ສາມາດເຂົ້າແທນປະເທດຝ່າຍຕາເວັນຕົກ

2023-10-02 13:41:58 cri

ໃນເວລາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ນະຄອນນິວຢອກຂອງອາເມຣິກາໃນອາທິດຜ່ານມາ, ທ່ານໂຈເຊັບ ໂບເຣນ ໂຟນເຕນເຣັສ ຜູ້ຕາງໜ້າຂັ້ນສູງດ້ານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບເອີຣົບກ່າວວ່າ: ກະຕິກາໃນການ ບໍລິຫານໂລກກໍາລັງກ້າວໄປສູ່ຈຸດຈົບ, ປະເທດພວມພັດທະນາກໍາລັງຊອກຫາຜູ້ທີ່ສາມາດເຂົ້າແທນປະເທດຝ່າຍຕາເວັນຕົກ.

ທ່ານໂຈເຊັບ ໂບເຣນ ໂຟນເຕນເຣັສ ໄດ້ສະຫຼຸບການເດີນທາງໄປນິວຢອກໃນຄັ້ງນີ້ຜ່ານສື່ສັງຄົມອອນລາຍວ່າ: ພວກເຮົາດໍາລົງຊີວິດຢູ່ໃນໂລກທີ່ນັບມື້ນັບຫັນເປັນຫຼາຍຂົ້ວ. ເມື່ອຈໍານວນຜູ້ຫຼິ້ນເກມເພີ່ມຂຶ້ນ, ທໍາມະດາແລ້ວຄວນແມ່ນເສີມສ້າງກະຕິກາຂອງການຫຼິ້ນເກມ. ແຕ່ວ່າ, ປັດຈຸບັນພວກເຮົາກໍາລັງປະເຊີນໜ້າກັບກະແສທີ່ກົງກັນຂ້າ ຄື ກະຕິກາໃນການ ບໍລິຫານໂລກກໍາລັງກ້າວໄປສູ່ຈຸດຈົບ.

ພ້ອມກັນນັ້ນ,ທ່ານ ໂຈເຊັບ ໂບເຣນ ໂຟນເຕນເຣັສຍັງຊີ້ອອກວ່າ: ຄວາມຕ້ອງການຂອງປະເທດກໍາລັງພັດທະນາໃນການຮັບຮອງດ້ານອະທິປະໄຕ ແລະ ຖານະຂອງຕົນກໍາລັງເພີ່ມຂຶ້ນ.