ທະນາຄານໂລກຄາດວ່າ: ຈັງຫວະການເຕີບໂຕຂອງກຸ່ມເສດຖະກິດພວມພັດທະນາຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກໃນປີນີ້ຈະຢູ່ໃນລະດັບ 5%

2023-10-03 12:13:03 CRI

 

   ອີງຕາມບົດລາຍງານສະພາບເສດຖະກິດຂອງພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກສະບັບຫຼ້າສຸດທີ່ທະນາຄານໂລກເປີດເຜີຍໃນຫວ່າງມໍ່ໆມານີ້ຄາດຄະເນວ່າ: ປີນີ້, ຈັງຫວະການເຕີບໂຕຂອງກຸ່ມເສດຖະກິດພວມພັດທະນາຢູ່ພາກພື້ນດັ່ງກ່າວຈະຢູ່ໃນລະດັບ 5%.


   ບົດລາຍງານໄດ້ຄາດຄະເນວ່າ: ໃນປີ 2023, ກຸ່ມເສດຖະກິດພວມພັດທະນາຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກຈະຮັກສາຈັງຫວະການເຕີບໂຕຢ່າງເຂັ້ມແຂງຢູ່ໃນລະດັບ 5%, ໃນນັ້ນ, ອັດຕາການເຕີບໂຕດ້ານເສດຖະກິດຢູ່ພາກພື້ນທີ່ບໍ່ນັບລວມຈີນໃນປີ 2023 ຈະບັນລຸເຖິງ 4,6%. ນອກນັ້ນ, ບົດລາຍງານຍັງໄດ້ຄາດຄະເນວ່າ: ຈັງຫວະການເຕີບໂຕຂອງກຸ່ມເສດຖະກິດພວມພັດທະນາຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກໃນປີ 2024 ຈະຢູ່ໃນລະດັບ 4,5%.


   ທ່ານ ອາດິດຢາ ມາໂຕ ຫົວໜ້ານັກເສດຖະສາດພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກຂອງທະນາຄານໂລກແຈ້ງໃຫ້ຮູ້ວ່າ: ເຖິງວ່າຈັງຫວະການເຕີບໂຕພວມຊ້າລົງກໍຕາມ, ແຕ່ພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກຍັງສືບຕໍ່ເປັນໜຶ່ງໃນພາກພື້ນທີ່ມີຈັງຫວະການເຕີບໂຕໄວທີ່ສຸດ ແລະ ມີຊີວິດຊີວາຫຼາຍທີ່ສຸດໃນໂລກ. ເມື່ອເບິ່ງໃນດ້ານໄລຍະກາງແລ້ວ, ທ່ານຮຽກຮ້ອງໃຫ້ຮັກສາການເປີດປະຕູດ້ານການຄ້າ, ເພີ່ມທະວີການປະຕິຮູບຂະແໜງການບໍລິການກໍຄືການຫັນເປັນດິຈິຕອນ ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນດັ່ງກ່າວຕື່ມອີກ.