ສະຫະພາບເອີຣົບຈະຊຸກຍູ້ໃຫ້ອູແກຣນເຂົ້າເປັນປະເທດສະມາຊິກສະຫະພາບເອີຣົບ

2023-10-03 10:48:52 cri


ວັນທີ 2 ຕຸລານີ້ຕາມເວລາທ້ອງຖິ່ນ, ສະຫະພາບເອີຣົບໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຢູ່ນະຄອນຫຼວງກຽບຂອງອູແກຣນ, ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດສະຫະພາບເອີຣົບໄດ້ຈັດຂຶ້ນຢູ່ນອກພາກພື້ນສະຫະພາບເອີຣົບ.

ທ່ານໂຈສ ໂບເຣັນ ຜູ້ຕາງໜ້າຂັ້ນສູງວຽກງານການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງສະຫະພາບເອີຣົບກ່າວວ່າ: ສະຫະພາບເອີຣົບພວມກຽມຈະໃຫ້ການສະໜັບສະໜູນເງິນທຶນຮອບໃໝ່ແກ່ອູແກຣນ ແລະຈະຊຸກຍູ້ໃຫ້ອູແກຣນກາຍເປັນປະເທດສະມາຊິກສົມບູນ ຂອງສະຫະພາບເອີຣົບ. ທ່ານດີມິໂຕຣ ກູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຣນກ່າວວ່າ: ເຊື່ອວ່າກອງປະຊຸມຄັ້ງນີ້ຈະເປັນການເລັ່ງຂະບວນການເຊື່ອມໂຍງເຂົ້າໃນສະຫະພາບເອີຣົບຂອງອູແກຣນ.