ຄວາມຮຸນແຮງດ້ວຍອາວຸດປືນໄດ້ກາຍເປັນສາເຫດອັນດັບໜຶ່ງໃນການເສຍຊີວິດຂອງຜູ້ມີອາຍຸບໍ່ເຕັມກະສຽນຢູ່ອາເມຣິກາ

2023-10-03 15:14:32 cri


ຄວາມຮຸນແຮງດ້ວຍອາວຸດປືນໄດ້ເກີດຂຶ້ນຢູ່ອາເມຣິກາຢ່າງໜັກໜ່ວງ, ຜູ້ມີອາຍຸບໍ່ເຕັມກະສຽນຢູ່ອາເມຣິການັບມື້ນັບຫຼາຍໄດ້ກາຍເປັນຜູ້ເຄາະຮ້າຍ. ສື່ມວນຊົນອາເມຣິກາໄດ້ລາຍງານຂ່າວໃນວັນທີ 2 ຕຸລານີ້ຕາມເວລາທ້ອງຖິ່ນວ່າ: ຕົວເລກຂໍ້ມູນຫຼ້າສຸດຈາກສູນຄວບຄຸມແລະປ້ອງກັນພະຍາດອາເມຣິກາສະແດງໃຫ້ເຫັນວ່າ: ເຫດການຄວາມຮຸນແຮງດ້ວຍອາວຸດປືນມີຫຼາຍກວ່າອຸປະຕິເຫດທາງຄົມມະນາຄົມ, ເປັນສາເຫດອັນດັບໜຶ່ງໃນການເສຍຊີວິດຂອງເດັກນ້ອຍຊາວໜຸ່ມແລະເຍົາວະຊົນຢູ່ອາເມຣິກາ.

ຕົວເລກສະຖິຕິທີ່ສູນຄວບຄຸມແລະປ້ອງກັນພະຍາດອາເມຣິກາເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ປີ 2021, ອາເມຣິກາມີເດັກນ້ອຍຊາວໜຸ່ມ ແລະເຍົາວະຊົນ 2.279 ຄົນເສຍຊີວິດຈາກຄະດີລອບສັງຫານດ້ວຍອາວຸດປືນ, ຕົວເລກນີ້ໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ 10 ປີກ່ອນ, ສ່ວນໃນລະຫວ່າງປີ 2019 ຫາ 2021, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 50%. ຕາມຂ່າວລາຍງານວ່າ: ໃນປີ 2021, ສາເຫດທີ່ພາໃຫ້ເດັກນ້ອຍຊາວໜຸ່ມແລະເຍົາວະຊົນຢູ່ອາເມຣິກາເສຍຊີວິດນັ້ນ ມີປະມານ 19% ແມ່ນກ່ຽວພັນເຖິງຄວາມຮຸນແຮງດ້ວຍອາວຸດປືນ, ເຫດການຄວາມຮຸນແຮງດ້ວຍອາວຸດປືນມີຫຼາຍກວ່າອຸປະຕິເຫດທາງຄົມມະນາຄົມ ເຊິ່ງໄດ້ກາຍເປັນສາເຫດອັນດັບໜຶ່ງທີ່ພາໃຫ້ເດັກນ້ອຍຊາວໜຸ່ມແລະເຍົາວະຊົນຢູ່ອາເມຣິກາເສຍຊີວິດ.