ຜູ້ຕາງໜ້າຈີນກ່າວເນັ້ນໜັກເຖິງຄວາມສໍາຄັນໃນການເກືອດຫ້າມການຂົນສົ່ງອາວຸດຍຸດໂທປະກອນໃຫ້ກຸ່ມແກ້ງອາດຊະຍາກໍາໄຮຕີ

2023-10-03 11:54:21 CRI

 

   ວັນທີ 2 ຕຸລານີ້ຕາມເວລາທ້ອງຖິ່ນ, ທ່ານ ຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈໍາອົງການສະຫະປະຊາຊາດໄດ້ປະກອບຄໍາເຫັນພາຍຫຼັງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຮັບຮອງມະຕິວ່າດ້ວຍການສົ່ງຄະນະນານາຊາດເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຄວາມໝັ້ນຄົງໄປໄຮຕີ, ໂດຍໄດ້ກ່າວເນັ້ນໜັກເຖິງຄວາມສໍາຄັນໃນການນໍາໃຊ້ມາດຕະການລົງໂທດໂດຍເກືອດຫ້າມການຂົນສົ່ງອາວຸດຍຸດໂທປະກອນໃຫ້ກຸ່ມແກ້ງອາດຊະຍາກໍາໄຮຕີ.


   ໃນໂອກາດນີ້, ທ່ານ ຈ່າງຈວິ່ນ ກ່າວວ່າ: ພາຍໃຕ້ຄວາມຮຽກຮ້ອງຢ່າງເດັດດ່ຽວຂອງຈີນ ແລະ ການສະໜັບສະໜູນຈາກປະເທດສະມາຊິກສ່ວນຫຼາຍຂອງສະພາຄວາມໝັ້ນຄົງອົງການສະຫະປະຊາດ, ໃນທີ່ສຸດ, ປະເທດທີ່ຮ່າງມະຕິໄດ້ຮັບເອົາຄວາມເຫັນຂອງຝ່າຍຈີນ, ໂດຍໄດ້ລະບຸໄວ້ໃນມະຕິດ່ັງກ່າວຢ່າງຈະແຈ້ງວ່າ: ປະເທດທັງໝົດຕ້ອງນໍາໃຊ້ທຸກມາດຕະການເພືີ່ອຕັດຊ່ອງທາງຮັບເອົາອາວຸດຍຸດໂທປະກອນຂະໜາດນ້ອຍ ແລະ ເບົາ ພ້ອມດ້ວຍ ລູກປືນຂອງກຸ່ມແກ້ງອາດຊະຍາກໍາໄຮຕີຈາກແຫຼ່ງທີ່ມາ, ເຊິ່ງເປັນຂໍ້ຕົກລົງທີ່ມີຄວາມສໍາຄັນທີ່ສຸດ.


   ທ່ານ ຈ່າງຈວິ່ນ ກ່າວຕື່ມວ່າ: ໄຮຕີປະເຊີນກັບວິກິດການຫຼາຍຢ່າງທີ່ສະຫຼັບຊັບຊ້ອນກັນເຊິ່ງບັນຫາດ້ານຄວາມໝັ້ນຄົງເປັນພຽງແຕ່ໜຶ່ງໃນບັນຫາຕ່າງໆເທົ່ານັ້ນ, ສະນັ້ນຈຶ່ງຕ້ອງການວາງແຜນນະໂຍບາຍລວມເພື່ອສະແຫວງຫາການແກ້ໄຂບັນຫາຢ່າງຮອບດ້ານ. ຝ່າຍຈີນຄອງຄອຍສຸມຄວາມພະຍາຍາມກັບປະຊາຄົມໂລກເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນປະຊາຊົນໄຮຕີຄົ້ນພົບຊ່ອງທາງແກ້ໄຂວິກິດການທີ່ຖືກຕ້ອງ.