ອີຣານພ້ອມຈະດໍາເນີນການເຈລະຈາກ່ຽວກັບການປະຕິບັດສັນຍານິວເຄລຍອີຣານຄືນໃໝ່ ແຕ່ຈະບໍ່ພົບປະເຈລະຈາກັບອາເມຣິກາໂດຍກົງ

2023-10-03 11:07:02 CRI

   ວັນທີ 2 ຕຸລານີ້ຕາມເວລາທ້ອງຖິ່ນ, ທ່ານ ນາເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ຢືນຢັນກ່ຽວກັບສາຍພົວພັນລະຫວ່າງອີຣານ-ອາເມຣິກາວ່າ: ອີຣານພ້ອມຈະດໍາເນີນການເຈລະຈາກ່ຽວກັບການປະຕິບັດສັນຍານິວເຄລຍອີຣານຄືນໃໝ່, ແຕ່ຈະບໍ່ພົບປະເຈລະຈາກັບອາເມຣິກາໂດຍກົງ.


   ທ່ານ ການານີ ກ່າວຕື່ມວ່າ: ເຖິງວ່າອາເມຣິກາຖອນຕົວອອກຈາກສັນຍານິວເຄລຍອີຣານພຽງລໍາພັງແຕ່ຝ່າຍດຽວ, ບວກກັບປະເທດເອິຣົບ-ອາເມຣິກາບໍ່ໄດ້ປະຕິບັດຕາມພັນທະທີ່ກໍານົດໄວ້ໃນສັນຍານິວເຄຣຍອີຣານກໍຕາມ, ແຕ່ອີຣານຍຶດໝັ້ນແກ້ໄຂຄວາມຂັດແຍ່ງກັນລະຫວ່າງຝ່າຍຕ່າງໆໂດຍຜ່ານຊ່ອງທາງການຕ່າງປະເທດ ກໍຄື ການເຈລະຈາມາຢ່າງສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ທ່ານໄດ້ກ່າວເນັ້ນໜັກວ່າ: ອີຣານຈະບໍ່ພົບປະເຈລະຈາກັບອາເມຣິກາໂດຍກົງ, ແຕ່ຖ້າວ່າອາເມຣິກາສະແດງເຈຈໍານົງທາງການເມືອງທີ່ພຽງພໍ, ອີຣານຍິນດີຮ່ວມກັບຝ່າຍຕ່າງໆດໍາເນີນສັນຍານິວເຄຣຍອີຣານຄືນໃໝ່.