ກອງປະຊຸມໃຫຍ່ການບິນອະວະກາດສາກົນຄັ້ງທີ74ສຸມໃສ່ການຮ່ວມມືດ້ານການບິນອະວະກາດທົ່ວໂລກ

2023-10-03 12:25:16 CRI

 ວັນທີ 2 ຕຸລານີ້, ກອງປະຊຸມໃຫຍ່ການບິນອະວະກາດສາກົນຄັ້ງທີ74ທີ່ຈະດຳເນີນໄປເປັນເວລາ5ວັນໄດ້ຈັດຂຶ້ນຢູ່ນະຄອນຫຼວງບາກູ ປະເທດອາແຊັກໄບຊັງ ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍແລະກາລະໂອກາດທີ່ມີລັກສະນະທົ່ວໂລກ: ໃຫ້ກາລະໂອກາດໜຶ່ງແກ່ການບິນອະວະກາດ.” ໂດຍມີຜູ້ຊ່ຽວຊານແລະນັກວິຊາການຫຼາຍກວ່າ5.000 ຄົນຈາກ100ກວ່າປະເທດເຂົ້າຮ່ວມກອງປະຊຸມຄັ້ງນີ້.

ໃນພິທີເປີດກອງປະຊຸມ, ນັກບິນອະວະກາດຈີນໄດ້ສົ່ງຄຳຢື້ຢາມຖາມຂ່າວຜ່ານທາງວິດີໂອຈາກສະຖານີອະວະກາດ “ທ່ຽນກົ່ງ”  ຈີນ ພ້ອມທັງໄດ້ສະແດງຮູບພາບເກົ່າກ່ຽວກັບທ່ານອີນຮາມ ອາລີເຢັຟ ປະທານາທິບໍດີອາແຊັກໄບຊັງຄົນປັດຈຸບັນໄດ້ຕິດຕາມທ່ານ ເກດາຣ ອາລີເຢັຟ ພໍ່ຂອງເພິ່ນເຂົ້າຮ່ວມກອງປະຊຸມໃຫຍ່ການບິນອະວະກາດສາກົນຄັ້ງທີ24ເມື່ອປີ1973, ເຊິ່ງໄດ້ເຮັດໃຫ້ມີສຽງຕອບຮັບຢ່າງຟົດຟື້ນຢູ່ກອງປະຊຸມຄັ້ງນີ້.

ໃນເວລາກ່າວຄຳປາໄສຕໍ່ກອງປະຊຸມຄັ້ງນີ້, ທ່ານ ອີນຮາມ ອາລີເຢັຟ ໄດ້ສະແດງຄວາມຂອບໃຈນຳນັກບິນອະວະກາດຈີນ. ເພິ່ນຍັງກ່າວຕື່ມວ່າ: ການເປີດກອງປະຊຸມການບິນອະວະກາດຄັ້ງນີ້ຈະຊຸກຍູ້ໃຫ້ພາລະກິດການບິນອະວະກາດໂລກຂະຫຍາຍຕົວກ້າວໄປຂ້າງໜ້າຕື່ມອີກ, ພ້ອມທັງຈະປະກອບສ່ວນເຂົ້າໃນການພັດທະນາພາລະກິດການບິນອະວະກາດ, ເຕັກນິກສູງໃໝ່ກໍຄືການຫັນເປັນທັນສະໄໝຂອງອາແຊັກໄບຊັງ.