ປະເທດໃຫຍ່ທີ່ມີພັນທະດ້ານການເງິນໄດ້ຕິດໜີ້ເປັນໄລຍະດົນເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດວິກິດການສະພາບຄ່ອງດ້ານການເງິນຂອງອົງການສະຫະປະຊາຊາດ

2023-10-03 16:55:41 CRI

ວັນທີ 2 ຕຸລານີ້, ທ່ານໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ງົບປະມານເປັນພື້ນຖານ ແລະ ເສົາຄ້ຳທີ່ສຳຄັນສຳລັບການຄຸ້ມຄອງອົງການສະຫະປະຊາຊາດ, ປະເທດໃຫຍ່ທີ່ມີພັນທະດ້ານການເງິນໄດ້ຕິດໜີ້ເປັນໄລຍະດົນເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດວິກິດການສະພາບຄ່ອງດ້ານການເງິນຂອງອົງການສະຫະປະຊາຊາດ.

 

ໃນເວລາປະກອບຄຳເຫັນໃນພິທີເປີດກອງປະຊຸມປະຈຳຂອງຄະນະກຳມາທິການບໍລິຫານ ແລະ ງົບປະມານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ທີ່ຈັດຂຶ້ນໃນວັນທີ 2 ຕຸລານີ້, ທ່ານໄຕ້ປິ່ງກ່າວວ່າ, ການແກ້ໄຂບັນຫາດັ່ງກ່າວຕ້ອງແກ້ໄຂທັງຕົ້ນເຫດ ແລະ ປາຍເຫດ, ຫຼີກລ່ຽງການອາໄສມາດຕະການຊົ່ວຄາວເປັນໄລຍະສັ້ນ. ອົງການສະຫະປະຊາຊາດຈັດສັນຊັບພະຍາກອນຕ້ອງພິຈາລະນາເຖິງວຽກງານໃນ 3 ຂົງເຂດເສົາຄ້ຳ, ຄື ຄວາມໝັ້ນຄົງ ການພັດທະນາ ແລະ ສິດທິມະນຸດຢ່າງດຸດ່ຽງກັນ, ທັງຍົກສູງສິດປະກອບຄຳເຫັນຂອງປະເທດພວມພັດທະນາໃນການຄຸ້ມຄອງອົງການສະຫະປະຊາຊາດ, ຍົກສູງລັກສະນະຕົວແທນຂອງປະເທດພວມພັດທະນາໃນພະນັກງານກອງເລຂາ, ໃຊ້ຄວາມເຂັ້ມແຂງຫຼາຍກວ່າເກົ່າ ແລະ ມາດຕະການທີ່ຕິດແທດຕົວຈິງກວ່າເກົ່າເພື່ອຕອບສະໜອງກັບຄວາມເປັນຫ່ວງຂອງປະເທດທີ່ບໍ່ມີລັກສະນະຕົວແທນຢ່າງພຽງພໍນັ້ນຢ່າງມີປະສິດທິຜົນ, ຊຸກຍູ້ການບໍລິຫານໂລກກ້າວໄປສູ່ທິດທາງທີ່ທ່ຽງທຳ ແລະ ສົມເຫດສົມຜົນກວ່າເກົ່າ.