ເຈົ້າໜ້າທີ່ອົງການທ່ອງທ່ຽວໂລກຍ້ອງຍໍຊົມເຊີຍການທ່ອງທ່ຽວຊົນນະບົດຈີນໄດ້ນຳພາກະແສນິຍົມ

2023-10-03 12:37:42 cri



ທ່ານຊັນດຣາ ຄາຣວັນ ຜູ້ຈັດການດ້ານຂໍ້ມູນຕະຫຼາດແລະກຳລັງແຂ່ງຂັນອົງການທ່ອງທ່ຽວໂລກຂອງອົງການສະຫະປະຊາຊາດໄດ້ກ່າວຢືນຢັນໃນເມື່ອມໍ່ໆມານີ້ວ່າ: ຈີນແມ່ນຢູ່ໃນແຖວໜ້າຂອງໂລກໃນຂົງເຂດການທ່ອງທ່ຽວຊົນນະບົດ, ອົງການທ່ອງທ່ຽວໂລກຄອງຄອຍເປັນຢ່າງຍິ່ງວ່າ ຕະຫຼາດການທ່ອງທ່ຽວເຂົ້າອອກເມືອງຂອງຈີນຈະຟື້ນຟູຄືນຢ່າງຮອບດ້ານ.

ທ່ານຄາຣວັນກ່າວເນັ້ນໜັກວ່າ: ການພັດທະນາຊົນນະບົດແມ່ນບໍ່ສາມາດປາສະຈາກການສະໜັບສະໜູນຂອງລັດຖະບານໄດ້, ຈີນແມ່ນໜຶ່ງໃນບັນດາປະເທດທີ່ໃຫ້ຄວາມສຳຄັນຫຼາຍທີ່ສຸດຕໍ່ບົດບາດຂອງຂະແໜງການທ່ອງທ່ຽວໃນການຊຸກຍູ້ການພັດທະນາຊົນນະບົດພ້ອມທັງໄດ້ສ້າງນະໂຍບາຍທີ່ກ່ຽວຂ້ອງຢ່າງລະອຽດ.

 ອີງຕາມຂໍ້ມູນສະຖິຕິຂອງອົງການທ່ອງທ່ຽວໂລກສະແດງໃຫ້ເຫັນວ່າ: ໄຕມາດທີໜຶ່ງຂອງປີນີ້, ຈຳນວນນັກທ່ອງທ່ຽວສາກົນໃນທົ່ວໂລກໄດ້ຟື້ນຟູຄືນເຖິງ80%ເມື່ອທຽບໃສ່ໄລຍະກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19, ສ່ວນຢູ່ອາຊີແລະພາກພື້ນປາຊີຟິກແມ່ນຟື້ນຟູອ່າວຊັກຊ້າໂດຍທຽບຖານ ຄືຟື້ນຟູຄືນພຽງ54%ເທົ່ານັ້ນ. ທ່ານຄາຣວັນເຫັນວ່າ: ການຟື້ນຟູຄືນດ້ານຕະຫຼາດການທ່ອງທ່ຽວເຂົ້າອອກເມືອງຂອງຈີນແມ່ນມີຄວາມໝາຍສຳຄັນຕໍ່ການຟື້ນຟູຄືນຂອງຂະແໜງການທ່ອງທ່ຽວອາຊີກໍຄືທົ່ວ ໂລກ ເຊິ່ງຜົນສະທ້ອນຂອງມັນຈະປາກົດຕົວຂຶ້ນກ່ອນທ້າຍປີນີ້.