ແຂກຜູ້ມີກຽດຈີນເອີຣົບເຕົ້າໂຮມຢູ່ອາແຕນປະເທດເກຣັກຮ່ວມກັນສົນທະນາກ່ຽວກັບໝາກຜົນອັນອຸດົມສົມບູນໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ອຸດົມສົມບູນ

2023-10-04 11:11:50 cri


ຫວ່າງມໍ່ໆມານີ້, ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມສຳພັນກັບ “ໜັງສືພິມການຂົນສົ່ງທາງນ້ຳແລະການຄ້າ” ທີ່ເປັນສື່ມວນຊົນເສດຖະກິດການເງິນທີ່ມີອິດທິພົນຫຼາຍທີ່ສຸດຢູ່ເກຣັກ, ຮ່ວມກັນຈັດລາຍການພິເສດພະຫຸສື່ຂະໜາດໃຫຍ່ທີ່ມີຫົວຂໍ້ “ຂະບວນການໃໝ່ບົນເສັ້ນທາງສາຍໄໝ: ຮ່ວມກັນສ້າງສາໂດຍຈີນ-ເອີຣົບ” ຢູ່ເກຣັກ. ແຂກຜູ້ມີກຽດທີ່ສຳຄັນ 10 ກວ່າທ່ານພ້ອມດ້ວຍຜູ້ຕາງໜ້າວົງການຕ່າງໆຈີນ-ເອີຣົບ 100 ກວ່າທ່ານໄດ້ເຕົ້າໂຮມກັນເພື່ອຮ່ວມກັນສົນທະນາກ່ຽວກັບໝາກຜົນອັນອຸດົມສົມບູນໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມກັນປຶກສາຫາລືອະນາຄົດອັນດີງາມແຫ່ງການເພີ່ມທະວີການໄປມາຫາສູ່ກັນແລະການເຊື່ອມໂຍງເຊື່ອມຈອດກັນຕື່ມອີກລະຫວ່າງຈີນ-ເອີຣົບ.

ວັນທີ 3 ຕຸລາ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາທີ່ສຳຄັນຢູ່ສະພາແຫ່ງຊາດອິນໂດເນເຊຍ ໂດຍໄດ້ສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລສະຕະວັດທີ 21” ເປັນຄັ້ງທຳອິດ. ໃນ 10 ປີຜ່ານມານີ້, ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງຜົນປະໂຫຍດໃຫ້ກັບທົ່ວໂລກ ທັງໄດ້ສ້າງໂອກາດການພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງໃຫ້ກັບເກຣັກກໍຄືເອີຣົບ.