ເຈົ້າໜ້າທີ່ອົງການສະຫະປະຊາຊາດຍ້ອງຍໍຊົມເຊີຍກໍາລັງຮັກສາສັນຕິພາບຈີນທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການສັນຕິພາບຂອງສປກົງໂກ

2023-10-04 14:21:48 CRI

 

   ວັນທີ 2 ຕຸລານີ້ຕາມເວລາທ້ອງຖິ່ນ, ທ່ານ ຄຣິສຕິອັນ ຊານເດີສ ຜູ້ຕາງໜ້າອົງການສະຫະປະຊາຊາດໄດ້ນໍາພາໜ່ວຍງານລົງກວດກາໜ່ວຍທະຫານຊ່າງ ແລະ ໜ່ວຍແພດທະຫານຂອງກໍາລັງຮັກສາສັນຕິພາບຈີນປະຈໍາສາທາລະນະລັດປະຊາທິປະໄຕກົງໂກຊຸດທີ 27. ໃນໂອກາດດັ່ງກ່າວ, ທ່ານ ຊານເດີສ ກ່າວວ່າ: ກໍາລັງຮັກສາສັນຕິພາບຈີນເປັນກອງທັບທີ່ມີມາດຕະຖານສູງ ແລະ ມີຄວາມເຂັ້ມງວດສູງ ໂດຍໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປົກປັກຮັກສາສັນຕິພາບໂລກ.


   ທ່ານ ຄຣິສຕິອັນ ຊານເດີສ ກ່າວຕື່ມວ່າ: ໃນເວລາປະຕິບັດໜ້າທີ່ປະຈໍາການ ແລະ ແກ້ໄຂເຫດການສຸກເສີນໃນວຽກງານຮັກສາສັນຕິພາບ, ກໍາລັງຮັກສາສັນຕິພາບຈີນແມ່ນມີຄວາມສຸຂຸມຮອບຄອບ ແລະ ມີຄວາມຮັບຜິດຊອບສູງທີ່ສຸດ. ໃນດ້ານການຄວບຄຸມຄວາມສ່ຽງ, ກໍາລັງຮັກສາສັນຕິພາບຈີນສາມາດຮັບປະກັນເກືອບບໍ່ໃຫ້ເກີດຄວາມສ່ຽງໄດ້ມາໂດຍຕະຫຼອດ.


   ພາຍຫຼັງສໍາເລັດການກວດກາ, ທ່ານ ຊານເດີສ ໄດ້ສະແດງຄວາມຂອບໃຈຕໍ່ກໍາລັງຮັກສາສັນຕິພາບຈີນທີ່ໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບຂອງສາທາລະນະລັດປະຊາທິປະໄຕກົງໂກ ກໍຄືການສະໜັບສະໜູນຕໍ່ວຽກງານອົງການສະຫະປະຊາຊາດເປັນເວລາຍາວນານ.