ສະພາຕໍ່າອາເມຣິກາປ່ອນບັດປົດຕໍາແໜ່ງປະທານສະພາຕໍ່າ

2023-10-04 12:01:03 CRI

 

   ວັນທີ 3 ຕຸລານີ້, ສະພາຕໍ່າອາເມຣິກາໄດ້ປ່ອນບັດຮັບຮອງມະຕິສະບັບໜຶ່ງໂດຍໄດ້ປົດຕໍາແໜ່ງຂອງທ່ານເຄວິນ ແມັກຄາທີ ປະທານສະພາຕໍ່າທີ່ສັງກັດພັກຣີພັບບຣີກັນອາເມຣິກາ, ສິ່ງນີ້ໄດ້ເຮັດໃຫ້ “ການແຂ່ງຂັນກັນພາຍໃນ” ຂອງພັກຣີພັບບຣີກັນທີ່ປິ່ນອ້ອມຮ່າງກົດໝາຍວ່າດ້ວຍການເບີກງົບປະມານໃນຫວ່າງບໍ່ດົນຜ່ານມານັ້ນກ້າວຂຶ້ນສູ່ຈຸດສູງ. ເຮັດໃຫ້ທ່ານເຄວິນ ແມັກຄາທີ ກາຍເປັນປະທານສະພາຕໍ່າອາເມຣິກາຄົນທໍາອິດຢູ່ໃນໄລຍະດຳລົງຕຳແໜ່ງທີ່ຖືກປົດອອກຕໍາແໜ່ງໃນປະຫວັດສາດອາເມຣິກາ.


   ໃນມື້ດຽວກັນ, ສະພາຕໍ່າອາເມຣິກາໄດ້ຮັບຮອງມະຕິດັ່ງກ່າວດ້ວຍຄະແນນ 216 ສຽງເຫັນດີ ແລະ 210 ສຽງຄັດຄ້ານ. ພາຍຫຼັງຮັບຮອງມະຕິດັ່ງກ່າວແລ້ວ, ທ່ານ ແພັດຕຣິກ ຕິໂມຕີ ແມັກເຮນຣີ ສະມາຊິກສະພາຕໍ່າທີ່ສັງກັດພັກຣີພັບບຣີກັນ ຈາກລັດຄາໂຣໄລນາເໜືອອາເມຣິກາໄດ້ຮັບການແຕ່ງຕັ້ງເປັນປະທານສະພາຕໍ່າຊົ່ວຊາວໃນທັນທີ.