ປະທານາທິບໍດີຊຳບີກ່າວວ່າ: ຂໍ້ລິເລີ່ມ 3 ຂໍ້ທີ່ທ່ານປະທານສີຈິ້ນຜິງສະເໜີອອກມາມີຄວາມສຳຄັນຢ່າງຍິ່ງ

2023-10-04 15:05:24 cri


ຫວ່າງມໍ່ໆມານີ້, ທ່ານຮາຄາຍເດ ຮິຊິເລມາ ປະທານາທິບໍດີຊຳບີໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG. ໃນເວລາຕອບຄຳຖາມວ່າຈະເຂົ້າໃຈຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມຄວາມສີວິໄລທົ່ວໂລກ ທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກມາຄືແນວໃດ? ທ່ານຮິຊິເລມາກ່າວວ່າ: ຂໍ້ລິເລີ່ມດັ່ງກ່າວເປັນຂໍ້ລິເລີ່ມທີ່ຕັ້ງໜ້າ, ມີຄວາມສຳຄັນຢ່າງຍິ່ງ. ເພາະວ່າຈະບໍ່ມີໃຜບໍ່ຢາກປົກປັກຮັກສາຄວາມສີວິໄລທົ່ວໂລກ ກໍຄືບໍ່ຢາກຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນປະເທດຕົນ. ທ່ານເຫັນວ່າ: ໃນຖານະເປັນເຈົ້າໜ້າທີ່ທີ່ດຳລົງຕຳແໜ່ງໃນລັດຖະບານ ແລະ ສາບານຕົວເປັນຜູ້ແທນປະຊາຊົນ, ລ້ວນແຕ່ຍິນດີເຂົ້າຮ່ວມຂໍ້ລິເລີ່ມທີ່ມີຜົນດີຕໍ່ການຍົກສູງລະດັບຊີວິດການເປັນຢູ່ຂອງບ້ານປະມົງ ແລະ ປະຊາຊົນຢູ່ຊົນນະບົດ, ແມ່ຜູ້ນັ້ນທີ່ຕ້ອງຍ່າງໄປກັບ 5 ກິໂລແມັດທຸກມື້ກໍເຊັ່ນດຽວກັນ, ລາວກໍຫວັງວ່າຄອບຄົວຈະໄດ້ອາບນ້ຳໃຫ້ສະອາດທຸກມື້, ໂດຍບໍ່ຕ້ອງລຳບາກເດີນທາງໄປມາ 5 ກິໂລແມັດ. ຂໍ້ລິເລີ່ມແບບນີ້, ຊຳບີຫວັງຢາກເຂົ້າຮ່ວມ, ຫວັງວ່າປະເທດອື່ນກໍເຊັ່ນດຽວກັນ.