ປະເທດຕ່າງໆລ້ວນແຕ່ມີພັນທະຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ

2023-10-04 14:10:19 CRI

   ວັນທີ 3 ຕຸລານີ້, ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈໍາອົງການສະຫະປະຊາຊາດໄດ້ກ່າວເນັ້ນໜັກຢູ່ສໍານັກງານໃຫຍ່ ສປຊ ທີ່ນະຄອນນິວຢອກ ອາເມຣິກາວ່າ: ລັດທິກໍ່ການຮ້າຍເປັນມະເຣັງຂອງອະລິຍະທໍາຂອງມວນມະນຸດ ເຊິ່ງປະເທດຕ່າງໆລ້ວນແຕ່ມີພັນທະຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ.


   ໃນເວລາປະກອບຄໍາເຫັນໃນກອງປະຊຸມຄະນະກໍາມະການທີ 6 ຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ພາຍໃຕ້ຫົວຂໍ້ “ມາດຕະການລຶບລ້າງລັດທິກໍ່ການຮ້າຍສາກົນ”ທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານ ເກີງສວາງ ໄດ້ຊີ້ໃຫ້ເຫັນວ່າ: ການເຄື່ອນໄຫວກໍ່ການຮ້າຍໄດ້ເລັ່ງປາກົດຂຶ້ນຄືນໃໝ່, ແຫຼ່ງທີ່ມາຂອງລັດທິກໍ່ການຮ້າຍຍັງບໍ່ສາມາດລຶບລ້າງໄດ້ເທື່ອ, ເຮັດໃຫ້ການຮ່ວມມືສາກົນໃນການຕ້ານການກໍ່ການຮ້າຍຖືກຜົນກະທົບນໍາ. ເນື່ອງຈາກວ່າບາງປະເທດພິຈາລະນາເຖິງບັນຫາພູມສາດການເມືອງ, ຍຶດຖືອະຄະຕິດ້ານຮູບຖານຈິດສຳນຶກ, ຈຶ່ງໄດ້ບັນທ່ອນພື້ນຖານຂອງການຮ່ວມມືສາກົນໃນການຕ້ານການກໍ່ການຮ້າຍ. ຊໍ້າບໍ່ໜໍາ, ບາງປະເທດຍັງໄດ້ຕໍ່ຕ້ານການກໍ່ການຮ້າຍແບບເລືອກປະຕິບັດ, ຫັນເອົາການຕ້ານການກໍ່ການຮ້າຍເປັນບັນຫາການເມືອງ ແລະ ເປັນເຄື່ອງມື, ໂດຍໄດ້ທໍາລາຍບັນຍາກາດແຫ່ງການຮ່ວມມືຕ້ານການກໍ່ການຮ້າຍ, ພ້ອມທັງໄດ້ລົບກວນຂະບວນການແຫ່ງການຮ່ວມມືໃນການຕ້ານການກໍ່ການຮ້າຍນໍາອີກ.


   ທ່ານ ເກີງສວາງ ກ່າວຕື່ມວ່າ: ເມື່ອປະເຊີນກັບສະພາບການຕ້ານການກໍ່ການຮ້າຍທີ່ສັບສົນຂ້ຽວຂາດ, ການເພີ່ມທະວີຄວາມສາມັກຄີ ແລະ ປະສານງານສາກົນແມ່ນມີຄວາມຮີບດ່ວນທີ່ສຸດ. ເພື່ອເພີ່ມທະວີການຮ່ວມມືສາກົນໃນການຕ້ານການກໍ່ການຮ້າຍ,  ຝ່າຍຈີນມີຂໍ້ສະເໜີດັ່ງລຸ່ມນີ້: 1.ຍຶດໝັ້ນລັດທິຫຼາຍຝ່າຍ; 2.ຍຶດໝັ້ນຕ້ານການກໍ່ການຮ້າຍຕາມກົດໝາຍ; 3.ຍຶດໝັ້ນການແກ້ໄຂບັນຫາແບບສຸດກົກສຸກປາຍ; 4.ຍຶດໝັ້ນການເສີມສ້າງຄວາມສາມາດ. ແນວໃດກໍຕາມ, ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບປະເທດຕ່າງໆ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບມືກັບໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍສາກົນຢ່າງມີປະສິດທິພາບ ເພື່ອສ້າງໂລກທີ່ມີສັນຕິພາບຖາວອນ ແລະ ມີຄວາມໝັ້ນຄົງໂດຍທົ່ວໄປ.