ການຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງກັບຈີນຊຸກຍູ້ໃຫ້ເຊເນການຫັນເປັນທັນສະໄໝ

2023-10-04 15:25:53 CRI


    ປະເທດເຊເນການເປັນປະເທດທຳອິດຢູ່ອາຟຣິກາຕາເວັນຕົກທີ່ໄດ້ລົງນາມໃນສັນຍາຮ່ວມມືກ່ຽວກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ. ຫວ່າງກ່ອນນີ້ບໍ່ດົນ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານແມັກກີ ຊານ ປະທານາທິບໍດີເຊເນການກ່າວວ່າ: ເຊເນການມີສາຍພົວພັນສອງຝ່າຍທີ່ດີກັບປະເທດຈີນ. ເມື່ອເບິ່ງຈາກການຕິດຕໍ່ພົວພັນສອງຝ່າຍ, ການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງຄະນະຜູ້ແທນສອງຝ່າຍ,  ແລະ ສາຍພົວພັນດ້ານພັກການເມືອງແລ້ວເຫັນວ່າ, ນີ້ເປັນສາຍພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຜົນສຳເລັດທຸກຢ່າງທີ່ໄດ້ມາຈາກຂອບແຜນການຈະເລີນໃໝ່ຂອງເຊເນການ, ເຊິ່ງລວມທັງການກໍ່ສ້າງທາງດ່ວນ, ພື້ນຖານໂຄງລ່າງຂະໜາດໃຫຍ່, ພື້ນຖານໂຄງລ່າງກິລາ ແລະອື່ນໆ, ພ້ອມດ້ວຍໂຄງການພັດທະນາຊົນລະປະທານຢູ່ຊົນນະບົດ, ນິຄົມອຸດສາຫະກຳໃໝ່ ແລະ ຫຼາຍໂຄງການອື່ນໆ, ຂໍແຕ່ເປັນໂຄງການທີ່ຮ່ວມມືກັບຈີນ, ກໍຈະສາມາດສຳເລັດໄດ້ພາຍໃນເວລາອ່າວສັ້ນ, ເຊິ່ງເຮັດໃຫ້ເຊເນການມີໂສມໜ້າແບບທັນສະໄໝ ແລະ ຈະເລີຍໃໝ່ໃນປັດຈຸບັນ.