ຜູ້ຕາງໜ້າຈີນຕາງໜ້າໃຫ້ເກືອບ 80 ປະເທດຮຽກຮ້ອງໃຫ້ປົກປ້ອງສິດຂອງຜູ້ອາຍຸສູງ

2023-10-05 14:44:41 CRI

    ໃນເວລາຕາງໜ້າໃຫ້ເກືອບ 80 ປະເທດກ່າວປະກອບຄໍາເຫັນໃນກອງປະຊຸມຄັ້ງທີ 54 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດເມື່ອວັນທີ 4 ຕຸລານີ້, ທ່ານ ເສີນຊວີ້ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນເຊີແນວ ແລະ ອົງການຈັດຕັ້ງສາກົນອື່ນໆຢູ່ປະເທດສະວິສ ໄດ້ຮຽກຮ້ອງໃຫ້ປັບປຸງການປະກັນສັງຄົມໃຫ້ສົມບູນ, ສົ່ງເສີມສິດຂອງຜູ້ອາຍຸສູງ, ເພື່ອເຮັດໃຫ້ຜູ້ອາຍຸສູງທັງໝົດລ້ວນແຕ່ມີໄວຊະລາທີ່ມີຄວາມສຸກ.


    ໃນໂອກາດດັ່ງກ່າວ, ທ່ານ ເສີນຊວີ້ ໄດ້ຊີ້ໃຫ້ເຫັນວ່າ: ຄຽງຄູ່ກັບຂະບວນການປະຊາກອນທີ່ເຂົ້າສູ່ໄວຊະລາເລັ່ງຂະຫຍາຍຕົວໃນທົ່ວໂລກ, ເຮັດໃຫ້ບັນຫາຕ່າງໆນັບມື້ນັບພົ້ນເດັ່ນຂຶ້ນ ເຊັ່ນ: ຄວາມຍືນຍົງຂອງການປະກັນສັງຄົມບໍ່ພຽງພໍ, ການບໍລິການລ້ຽງດູຍາມຊະລາຂອງເຂດແຄວ້ນຕ່າງໆບໍ່ກໍ້າເກິ່ງກັນ ແລະ ຜູ້ອາຍຸສູງຖືກຈໍາແນກ ເປັນຕົ້ນ. ສະນັ້ນ, ເຮັດແນວໃດຈຶ່ງຈະສາມາດປັບປຸງການປະກັນສັງຄົມໃຫ້ສົມບູນ ແລະ ເຮັດແນວໃດຈຶ່ງຈະສາມາດຊຸກຍູ້ ແລະ ປົກປ້ອງສິດຂອງຜູ້ອາຍຸສູງນັ້ນຈຶ່ງໄດ້ກາຍເປັນຫົວຂໍ້ອັນສໍາຄັນທີ່ປະເທດຕ່າງໆຕ້ອງການແກ້ໄຂຢ່າງຮີບດ່ວນ.


    ທ່ານ ເສີນຊວີ້ ໄດ້ມີຂໍ້ສະເໜີ 3 ຂໍ້ຄື: 1.ປັບປຸງລະບົບປະກັນສັງຄົມໃຫ້ສົມບູນເພື່ອຮັບມືກັບບັນຫາປະຊາກອນທີ່ເຂົ້າສູ່ໄວຊະລາຢ່າງຕັ້ງໜ້າ; 2.ປັບປຸງລະບົບບໍລິການລ້ຽງດູຍາມຊະລາໃຫ້ສົມບູນເພື່ອເຮັດໃຫ້ຜູ້ອາຍຸສູງຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ, ຄວາມປອດໄພ ແລະ ມີຄວາມເພິ່ງພໍໃຈໃຫ້ຫຼາຍກວ່າເກົ່າຢ່າງບໍ່ຢຸດຢັ້ງ; 3.ຊຸກຍູ້ການສ້າງສິ່ງກໍ່ສ້າງອໍານວຍຄວາມສະດວກໃຫ້ຜູ້ອາຍຸສູງເພື່ອສົ່ງເສີມ ແລະ ປົກປ້ອງສິດຕ່າງໆຂອງຜູ້ອາຍຸສູງ.