ຍີ່ປຸ່ນເລີ່ມລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຮອບທີ2

2023-10-05 10:37:04 cri



ເວລາປະມານ 10ໂມງເຄິ່ງຂອງວັນທີ 5 ຕຸລານີ້ ຕາມເວລາທ້ອງຖິ່ນ, ໂຮງໄຟຟ້ານີວເຄລຍຟູຄູຊິມະເລກທີ1ຂອງບໍລິສັດໄຟຟ້າໂຕກຽວຍີ່ປຸ່ນເລີ່ມດຳເນີນການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຮອບທີ2.

ອີງຕາມແຜນການທີ່ບໍລິສັດໄຟຟ້າໂຕກຽວເປີດເຜີຍໄປກ່ອນໜ້ານີ້, ປະລິມານການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຮອບທີ2ລວມທັງໝົດຈະມີປະມານ7.800ໂຕນ, ຄາດວ່າຈະລະບາຍເປັນເວລາ17ວັນ.

ຢູ່ໂຮງໄຟຟ້ານີວເຄລຍຟູຄູຊີມະເລກທີ1ໄດ້ສະສົມນ້ຳປົນເປື້ອນລັງສີນີວເຄລຍຫຼາຍກວ່າ1,3ລ້ານໂຕນ. ລັດຖະບານຍີ່ປຸ່ນແລະບໍລິສັດໄຟຟ້າໂຕກຽວໄດ້ອ້າງເຫດຜົນວ່າ ຖັງເກັບນ້ຳປົນເປື້ອນຈຳນວນຫຼວງຫຼາຍຢູ່ໃນໂຮງໄຟຟ້າໄດ້ສ້າງຄວາມຫຍຸ້ງຍາກໃນການຊຳລະສິ່ງເສດເຫຼືອນີວເຄລຍ ຈຶ່ງຕົກລົງລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ. ເຖິງວ່າ ຂໍ້ຕົກລົງນີ້ຖືກຄັດຄ້ານຢ່າງຮຸນແຮງຈາກພາຍໃນປະເທດຍີ່ປຸ່ນແລະຕ່າງປະເທດກໍຕາມ, ແຕ່ລັດຖະບານຍີ່ປຸ່ນແລະບໍລິສັດໄຟຟ້າໂຕກຽວຍັງຄົງດື້ດ້ານດຳເນີນການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລໃນວັນທີ24ສິງຫາຜ່ານມາ.